ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ: ພັກ​ປະ​ຊາ​ທິ​ປະ​ໄຕ​ຂຶ້ນ​ແຜນ​ການ​ສະ​ເໜີ​ທ່ານ Joe Biden ອອກ​ມາ​ຮັບ​ສະ​ໝັກ​ເລືອກ​ຕັ້ງ​ຕາມ​ຮູບ​ແບບ​ທາງ​ໄກ

Chia sẻ
(VOVWORLD) - ວັນທີ 17 ກໍລະກົດ, ທ່ານປະທານາທາບໍດີ ອາເມລິກາ Joe Biden ພ້ອມທັງແມ່ນຜູ້ອອກຮັບສະໝັກເລືອກຕັ້ງແຖວໜ້າຂອງພັກປະຊາທິປະໄຕ ຢັ້ງຢືນຈະສືບຕໍ່ການແຂ່ງຂັນເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. 
ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ: ພັກ​ປະ​ຊາ​ທິ​ປະ​ໄຕ​ຂຶ້ນ​ແຜນ​ການ​ສະ​ເໜີ​ທ່ານ Joe Biden  ອອກ​ມາ​ຮັບ​ສະ​ໝັກ​ເລືອກ​ຕັ້ງ​ຕາມ​ຮູບ​ແບບ​ທາງ​ໄກ - ảnh 1ທ່ານປະທານາທາບໍດີ ອາເມລິກາ Joe Biden (ພາບ: TTXVN)

ສາຍເຫດໜຶ່ງດຽວເຮັດໃຫ້ທ່ານ ອາດຈະຊັ່ງຊາເລື່ອງຫາສຽງເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ແມ່ນອາການສຸຂະພາບ. ປັດຈຸບັນ, ທ່ານປະທານາທາບໍດີ Joe Biden ພວມຕິດພະຍາດໂຄວິດ - 19 ແລະ ທ່ານຕ້ອງຍົກເລີກເຫດການໜຶ່ງຢູ່ Las Vegas ໃນວັນທີ 17 ກໍລະກົດ.

ໃນສະພາບການພັກສາທາລະນະ ພວມຈັດອງປະຊຸມໃຫຍ່ຂອງພັກ ແລະ ທ່ານ Donal Trump ຈະຍອມຮັບການສະເໜີຂອງພັກອອກມາຫາສຽງເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ, ສ່ວນພັກປະຊາທິປະໄຕກຳລັງມີຫຼາຍຄົນປະກອບຄຳເຫັນກ່ຽວກັບຄວາມສາມາດທ່ານປະທານາທາບໍດີ Joe Biden ຄວນສືບຕໍ່ແມ່ນຜູ້ອອກຮັບສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທາບໍດີ ຂອງພັກນີ້ ຫຼືບໍ່. ມາຮອດປັດຈຸບັນ, ມີສະມາຊິກສະພາຕ່ຳພັກປະຊາທິປະໄຕ 20 ທ່ານໄດ້ຮຽກຮ້ອງຢ່າງເປີດເຜີຍວ່າ ທ່ານປະທານາທາບໍດີ Joe Biden ປະລະບັ້ນຫາສຽງເລືອກຕັ້ງ ແລະ ພັກປະຊາທິປະໄຕຊອກຫາຜູ້ປ່ຽນແທນທ່ານ Joe Biden. ຕາມໝາກຜົນຂອງການສຳຫຼວດຄັ້ງຫຼ້າສຸດໂດຍສຳນັກຂ່າວສານ AP ປະກາດ ແລະ ສູນຄົ້ນຄ້ວາຄຳເຫັນແຫ່ງຊາດ (NORC) ປະກາດ, ມີ 65%ປະຊາຊົນໄປ ຕາມພັກປະຊາທິປະໄຕ ຫຼືມີທ່າອ່ຽງໄປຕາມພັກນີ້ຖືວ່າທ່ານປະທານາທາບໍດີ Joe Biden ຄວນຖອນຕົວ ເພື່ອໃຫ້ພັກປະຊາທິປະໄຕເລືອກຕັ້ງຜູ້ອອກຮັບສະໝັກເລືອກຕັ້ງອື່ນອີກ.

ຕອບກັບ