ການເລືອກຕັ້ງອາເມລິກາ 2024: ຜູ້ລົງສະໝັກເລືອກຕັ້ງມີອັດຕາສະໜັບສະໜູນທີ່ສູສີກັນ

Chia sẻ
(VOVWORLD) - ການແຂ່ງຂັນເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນປີນີ້ໄດ້ຮັບການຄາດຄະເນວ່າຈະມີຄວາມສູສີກັນໃນຂອບເຂດທົ່ວປະເທດ ອາເມລິກາ.
ການເລືອກຕັ້ງອາເມລິກາ 2024: ຜູ້ລົງສະໝັກເລືອກຕັ້ງມີອັດຕາສະໜັບສະໜູນທີ່ສູສີກັນ - ảnh 1ທ່ານປະທານາທິບໍດີຄົນປະຈຸບັນ Joe Biden ແລະ ຄູ່ແຂ່ງແມ່ນທ່ານ Donald Trump
(ພາບ: AFP/TTXVN)

ຕາມໝາກຜົນການຢັ່ງຫາງສຽງໃນທົ່ວປະເທດ, ໂດຍໜັງສືພິມ The New York Times ປະກາດໃນວັນທີ 25 ມິຖຸນາ, ການແຂ່ງຂັນເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນປີນີ້ໄດ້ຮັບການຄາດຄະເນວ່າຈະມີຄວາມສູສີກັນໃນຂອບເຂດທົ່ວປະເທດ ອາເມລິກາ.

ລະອຽດແມ່ນ, ທ່ານປະທານາທິບໍດີຄົນປະຈຸບັນ Joe Biden ແລະ ຄູ່ແຂ່ງແມ່ນທ່ານ Donald Trump ລ້ວນແຕ່ໄດ້ຮັບບັດສະໜັບສະໜູນສະເລ່ຍ 46% ແລະ 2 ຝ່າຍພວມຢູ່ໃນທ່າທຽບເທົ່າກັນ ກ່ອນຈຸດເວລາດຳເນີນການໂຕ້ວາທີທຳອິດໃນຕອນຄ່ຳວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ). ນີ້ໄດ້ຮັບຖືວ່າແມ່ນບາດກ້າວປັບປຸງສຳລັບທ່ານປະທານາທິບໍດີ Biden, ຜູ້ທີ່ມີອັດຕາບັດສະໜັບສະໜູນນຳຫຼັງໃນບັນດາການຢັ່ງຫາງສຽງອື່ນໆໃນຕະຫຼອດໄລຍະ 9 ເດືອນທີ່ຜ່ານມາ.

ອັດຕາຄະແນນຂອງທ່ານ Trump ນຳໜ້າທ່ານ Biden ແມ່ນບໍ່ຫຼາຍ, ແຕ່ທ່າໄດ້ປຽບຢູ່ບັນດາລັດ, ຄື: Pennsylvania, Wisconsin, Michigan, Nevada, Arizona ແລະ Georgia ໄດ້ຮັບຖືວ່າ ມີຄະແນນຢ່າງພຽງພໍເພື່ອໃຫ້ທ່ານ Trump ໄດ້ຮັບໄຊຊະນະກ່ຽວກັບຈຳນວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ແລະ ຍ້ອນເຫດນັ້ນກໍ່ຈະຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ. ຢູ່ 4 ລັດສຳຄັນທີ່ຍັງເຫຼືອ, ລວມມີ: Nevada, Arizona, Georgia, North Carolina, ໝາກຜົນການຢັ່ງຫາງສຽງຊີ້ໃຫ້ເຫັນວ່າ, ທ່ານ Trump ພວມນຳໜ້າແຕ່ປະມານ 4-5%.

ຕອບກັບ