ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ

Chia sẻ
(VOVWORLD) -ລາຍການແມ່ນເພື່ອແນໃສ່ເຊີດຊູປະເທດ, ຊາດຫວຽດນາມ ພ້ອມກັບບັນດາຄຸນຄ່າຍືນຍົງຄົງຕົວ, ອະມະຕະຂອງຊາດຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ - ảnh 1 ງານພົບປະແລກປ່ຽນສະແດງສິລະປະ “ດາວເອກະລາດ”

(ພາບ: TTXVN)

ຕອນຄ່ຳວັນທີ 18 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນສະແດງສິລະປະ “ດາວເອກະລາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ລາຍການແມ່ນເພື່ອແນໃສ່ເຊີດຊູປະເທດ, ຊາດຫວຽດນາມ ພ້ອມກັບບັນດາຄຸນຄ່າຍືນຍົງຄົງຕົວ, ອະມະຕະຂອງຊາດຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ພວມບືນຕົວຂຶ້ນຢ່າງທະນົງອົງອາດໃນທີ່ຕັ້ງ ແລະ ກຳລັງບົ່ມຊ້ອນໃໝ່. ຜ່ານການສະແດງສິລະປະ, ບັນດາສາລະຄະດີເລື່ອງສັ້ນ ແລະ ການແລກປ່ຽນກັບຕົວພະຍານປະຫວັດສາດ, ລາຍການໄດ້ວາດພາບຄືນເຖິງສົງຄາມອັນຍືດເຍື້ອຍາວນານ ແລະ ຄວາມມຸ່ງຫວັງຢາກມີເອກະລາດ, ສ້າງສາປະເທດຊາດ, ໄດ້ນຳເອົາຄວາມຮັກ, ຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງຕໍ່ບ້ານເກີດເມືອງນອນ, ປະເທດຊາດ… ມາໃຫ້ຜູ້ຊົມ.

        ວັນທີ 18 ສິງຫາ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ວັນເອກະລາດທີ 2 ກັນຍາ”, ໄດ້ແນະນຳເອກະສານ, ວັດຖຸພັນ, ພາບຖ່າຍດີເດັ່ນ 150 ຢ່າງ, ຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບຂີດໝາຍປະຫວັດສາດອັນສະຫງ່າລາສີ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຄຸນຄ່າຂອງເອກະລາດ, ເສລີພາບ… ງານວາງສະແດງຈະອັດລົງໃນທ້າຍເດືອນ ທັນວາ 2020.

        ເນື່ອງໃນໂອກາດນີ້, ວັນທີ 19 ສິງຫາ, ມີໜັງສືພິມໃຫຍ່ຫຼາຍສະບັບທີ່ອອກວັນທີ 19 ສິງຫາ ຢູ່ຫວຽດນາມ ໄດ້ມີບັນດາບົດຂຽນ, ບົດນຳຫຼາຍບົດຢືນຢັນການປະຕິວັດເດືອນສິງຫາ ປີ 1945 ວ່າແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດ, ແມ່ນໄຊຊະນະອັນຍິ່ງໃຫຍ່ຄັ້ງທຳອິດຂອງທະຫານ ແລະ ປະຊາຊົນຫວຽດນາມ ນັບແຕ່ເມື່ອມີພັກນຳພາ, ສ້າງບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດຫວຽດນາມ. ນັບແຕ່ນັ້ນມາ, ປະເທດຊາດ, ສັງຄົມ, ຊົນຊາດຊົນເຜົ່າ ແລະ ຊາວຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ.

ຕອບກັບ