ການ​ສົ່ງ​ອອກ​ສິນ​ຄ້າ​ໃນ 6 ເດືອນ​ຕົ້ນ​ປີ ຄາດ​ວ່າ​ເພີ່ມ​ຂຶ້ນ 13,8%

Chia sẻ
(VOVWORLD) - 6 ເດືອນຕົ້ນປີ 2024, ການສົ່ງອອກຂອງ ຫວຽດນາມ ໄດ້ມີການຟື້ນຟູຢ່າງແຮງ. ວົງເງິນສົ່ງອອກ 6 ເດືອນບັນລຸເກືອບ 189 ຕື້ USD, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. 
ການ​ສົ່ງ​ອອກ​ສິນ​ຄ້າ​ໃນ 6 ເດືອນ​ຕົ້ນ​ປີ ຄາດ​ວ່າ​ເພີ່ມ​ຂຶ້ນ 13,8% - ảnh 1(ພາບປະກອບ: TTXVN)

ໃນການຖະແຫຼງຂ່າວປະຈຳ ໄຕມາດທີ 2/2024 ໄດ້ດຳເນີນໃນວັນທີ 19 ມິຖຸນາ, ທ່ານ ບຸ່ຍຮຸຍເຊີນ, ຫົວໜ້າພະແນກແຜນການ - ການເງິນ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2024, ການສົ່ງອອກຂອງ ຫວຽດນາມ ໄດ້ມີການຟື້ນຟູຢ່າງແຮງ. ວົງເງິນສົ່ງອອກ 6 ເດືອນບັນລຸເກືອບ 189 ຕື້ USD, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຜະລິດຕະພັນກະເສດ ສືບຕໍ່ແມ່ນຈຸດເດັ່ນກ່ຽວກັບລະດັບຄວາມໄວການເຕີບໂຕສົ່ງອອກ, ເພີ່ມຂຶ້ນ 18,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ວົງເງິນສົ່ງອອກຄາດວ່າບັນລຸກວ່າ 18ດ2 ຕື້ USD. ບັນດາຕະຫຼາດສົ່ງອອກມີການຟື້ນຟູໄດ້ເປັນຢ່າງດີ ໂດຍພື້ນຖານ ແລະ ບັນລຸໄດ້ລະດັບການເຕີບໂຕສູງ, ພົ້ນເດັ່ນແມ່ນຕະຫຼາດ ອາເມລິກາ, ຈີນ, EU ແລະ ສ.ເກົາຫຼີ.

        ໃນ 6 ເດືອນຕົ້ນປີ, ວົງເງິນສົ່ງອອກສິນຄ້າ ບັນລຸເກືອບ 369,6 ຕື້ USD, ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ດຸນການຄ້າສິນຄ້າສືບຕໍ່ເກີນສ່ວນ ເມື່ອທຽບໃສ່ການສົ່ງອອກເກີນດຸນ ຄາດວ່າບັນລຸ 8,4 ຕື້ USD ແລະ ສ່ວນຫຼາຍແມ່ນຍ້ອນມີການປະກອບສ່ວນຂອງເງິນລົງທຶນຕ່າງປະເທດ, ນັບທັງນ້ຳມັນດິບ (5 ເດືອນສົ່ງອອກເກີນດຸນບັນລຸເກືອບ 19,3 ຕື້ USD).

 


ຕອບກັບ