ນັກ​ຊ່ຽວ​ຊານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ ຫວຽດ​ນາມ ມີຫຼາຍ​ມາດ​ຕະ​ການ​ແກ້​ໄຂ ບັດ​ເຫຼືອງ IUU

Chia sẻ
(VOVWORLD) - ລັດຖະບານ, ບັນດາກະຊວງ, ທ້ອງຖິ່ນ ຂອງ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອສ້າງການປ່ຽນແປງຢ່າງຈະແຈ້ງໃນການຕ້ານການຂຸດຄົ້ນ IUU, ມຸ່ງໄປເຖິງເປົ້າໝາຍ ລົບລ້າງບັດເຫຼືອງ ໃນການກວດກາຄັ້ງຕໍ່ໄປຂອງ EC ໃນປີນີ້.
ນັກ​ຊ່ຽວ​ຊານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ ຫວຽດ​ນາມ ມີຫຼາຍ​ມາດ​ຕະ​ການ​ແກ້​ໄຂ ບັດ​ເຫຼືອງ IUU - ảnh 1ພາບປະກອບ: TTXVN

ຫວຽດນາມ ມີຫຼາຍມາດຕະການໃນການແກ້ໄຂ “ບັດເຫຼືອງ” ການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ນີ້ແມ່ນຂໍ້ສັງເກດ ທີ່ນັກຮຽນຮູ້ Veeramalla Anjaiah ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ຈາກາຕາ (ອິນໂດເນເຊຍ). ທ່ານ Anjaiah ຕີລາຄາວ່າ ອິນໂດເນເຊຍ ແລະ ຫວຽດນາມ ມີການຮ່ວມມືເປັນຢ່າງດີໃນຂົງເຂດປູກລ້ຽງສິນໃນນ້ຳ. ຫວ່າງແລ້ວນີ້, ສອງຝ່າຍກໍ່ບັນລຸໄດ້ຂໍ້ຕົກລົງໃນການພັດທະນາການລ້ຽງ ກຸ້ງມັງກອນ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜະລິດກຸ້ງມັງກອນໃຫຍ່ທີ່ສຸດໃນໂລກ, ໃນຂະນະ ອິນໂດເນເຊຍ ແມ່ນໝູ່ເກາະໃຫຍ່ທີ່ສຸດໃນໂລກ ແລະ ແມ່ນປະເທດທີ່ມີປະລິມານສິນທະເລຫາແບບທຳຊາດໃຫຍ່ອັນດັບທີ 2, ຖັດຈາກຈີນ. ອິນໂດເນເຊຍ ສະໜອງກຸ້ງມັງກອນ, ກຸ້ງ ແລະ ປາຫຼາຍຊະນິດໃຫ້ແກ່ ຫວຽດນາມ.

ຕາມທ່ານ Anjaiah ແລ້ວ, ຄະນະກຳມະການເອີລົບ (EC)ໄດ້ອອກບັດເຫຼືອງ ຕໍ່ບັນດາຜະລິດຕະພັນສິນໃນນ້ຳ ຫວຽດນາມ ໃນປີ 2017. ນັບແຕ່ນັ້ນມາ, ລັດຖະບານ, ບັນດາກະຊວງ, ທ້ອງຖິ່ນ ຂອງ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອສ້າງການປ່ຽນແປງຢ່າງຈະແຈ້ງໃນການຕ້ານການຂຸດຄົ້ນ IUU, ມຸ່ງໄປເຖິງເປົ້າໝາຍ ລົບລ້າງບັດເຫຼືອງ ໃນການກວດກາຄັ້ງຕໍ່ໄປຂອງ EC ໃນປີນີ້.

ຕອບກັບ