IMF ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ6% ໃນ​ປີນີ້

Chia sẻ
(VOVWORLD) - IMF ໃຫ້ຂໍສັງເກດວ່າ  ການສົ່ງອອກ ແມ່ນກຳລັງໜູນຫຼັກຂອງ ພື້ນຖານເສດຖະກິດ, ອາດຈະຫຼຸດລົງຖ້າການເຕີບໂຕທົ່ວໂລກບໍ່ໄດ້ຄືຄວາມຫວັງ, ຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກແກ່ຍາວ ຫຼືການຂັດແຍ້ງກັນທາງການຄ້າເພີ່ມຂຶ້ນ.
IMF ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ6% ໃນ​ປີນີ້ - ảnh 1ພາບປະກອບ: TTXVN

ວັນທີ 26 ມິຖຸນາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ຄາດວ່າບັນລຸເກືອບ 6%ໃນປີ 2024 ໂດຍໄດ້ຮັບການໜູນຊ່ວຍຈາກຄວາມຕ້ອງການສາກົນ, ການລົງທຶນຕ່າງປະເທດມີສະຖຽນລະພາບ ແລະ ບັນດານະໂຍບາຍດັດສົມ. IMF ໃຫ້ຂໍສັງເກດວ່າ  ການສົ່ງອອກ ແມ່ນກຳລັງໜູນຫຼັກຂອງ ພື້ນຖານເສດຖະກິດ, ອາດຈະຫຼຸດລົງຖ້າການເຕີບໂຕທົ່ວໂລກບໍ່ໄດ້ຄືຄວາມຫວັງ, ຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກແກ່ຍາວ ຫຼືການຂັດແຍ້ງກັນທາງການຄ້າເພີ່ມຂຶ້ນ.

 ຕາມ IMF ແລ້ວ, ບັນດາບັນຫາຂອງຕະຫຼາດອະສັງຫາລິມະຊັບ ແລະ ຕະຫຼາດພັນທະບັດ ວິສາຫະກິດອາດຈະກໍ່ຜົນກະທົບຢ່າງແຮງ ກ່ວາການຄາດຄະເນ ຕໍ່ຄວາມສາມາດສະໜອງສິນເຊື່ອຂອງບັນດາທະນາຄານ. ດ້ວຍນະໂຍບາຍເງິນຕາທີ່ໄດ້ໂຍະຍານ, ຄວາມກົດດັນຈາກອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ ແກ່ຍາວກ່ວານັ້ນ ຈະກໍຜົນກະທົບເຖິງໄພເງິນເຟີ້ພາຍໃນປະເທດ.

ຕອບກັບ