ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - EU

Chia sẻ
(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງແລວນິຕິກຳຢ່າງສະດວກ ໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເອີລົບ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - EU - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: quochoi.vn)

ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ສະພາດຳເນີນທຸລະກິດສະຫະພາບ ເອີລົບ (EU) - ອາຊຽນ, ໂດຍທ່ານ Jens Rubbert ປະທານສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ທ່ານ Dominik Meichle ປະທານ EuroCham ຫວຽດນາມ ຮ່ວມເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາດຳເນີນທຸລະກິດ ເອີລົບ - ອາຊຽນ, EuroCham ຫວຽດນາມ ແລະ ບັນດາວິສາຫະກິດ EU ຕ້ອງເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ຊຸກຍູ້ລັດຖະສະພາບາງປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA)ໂດຍໄວ, ສະເໜີ EC ແກ້ໄຂບັດເຫຼືອງ IUU ຕໍ່ການສົ່ງອອກສິນທະເລ ຂອງ ຫວຽດນາມ ໂດຍໄວ. ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງແລວນິຕິກຳຢ່າງສະດວກ ໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເອີລົບ.

ສ່ວນທ່ານ Jens Rubbert ເນັ້ນໜັກວ່າ ສະພາ ແລະ EuroCham ຫວຽດນາມ ສະໜັບສະໜູນເລື່ອງລັດຖະສະພາບັນດາປະເທດສະມາຊິກ EU ໃຫ້ສັດຕະຍາບັນ EVIPA ໂດຍໄວ; ທ່ານປາດຖະໜາຢາກສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ