ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ້າງ​ຂີດ​ໝາຍ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງ​ການ​ພົວ​ພັນ​ສອງ​ປະ​ເທດ

Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ່ງມິງຄອຍ ໄດ້ເນັ້ນໜັກວ່າ ການຢ້ຽມຢາມສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຄຳໝັ້ນສັນຍາ ຂອງລັດເຊຍ ຕໍ່ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. 
ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ້າງ​ຂີດ​ໝາຍ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງ​ການ​ພົວ​ພັນ​ສອງ​ປະ​ເທດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ເນື່ອງໃນໂອກາດທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ້ຽມຢາມ ທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 19 – 20 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ່ງມິງຄອຍ ໄດ້ເນັ້ນໜັກວ່າ ການຢ້ຽມຢາມສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຄຳໝັ້ນສັນຍາ ຂອງລັດເຊຍ ຕໍ່ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳສອງປະເທດ ປຶກສາຫາລື ແລະ ວາງອອກບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ຊຸກຍູ້ບັນດາໂຄງການຮ່ວມມືໃຫຍ່, ພິເສດໃນບັນດາຂົງເຂດຄື: ພະລັງງານ, ອຸດສາຫະກຳ, ກະສິກຳ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ການນຳສອງປະເທດຈະປຶກສາຫາລື ແລະ ກຳນົດທິດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຮອດປີ 2030, ຢັ້ງຢືນຄຳໝັ້ນສັນຍາຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ແລະ ການທູດປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການທ່ອງທ່ຽວ. ທ່ານເອກອັກຄະລັດຖະທູດ ດັ່ງມິງຄອຍ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ Vladimir Putin ຈະເປັນຂີດໝາຍສຳຄັນຕໍ່ການພັດທະນາຢ່າງແຮງ ແລະ ຍືນຍົງ ຂອງການພົວພັນແບບພິເສດລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ, ນຳການພົວພັນສອງຝ່າຍກ້າວເດີນໄປຢ່າງໝັ້ນຄົງບົນເສັ້ນທາງເປີດກວ້າງ, ມຸ່ງໄປສູ່ອະນາຄົດທີ່ດີງາມ ແຫ່ງນ້ຳໃຈມິດຕະພາບທີ່ສະໜິດຕິດພັນ, ສັດຊື່ບໍລິສຸດ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນຍຸກສະໄໝໃໝ່. ເນື່ອງໃນໂອກາດ, ໜັງສືພິມ ເອກະລາດ ເຊິ່ງແມ່ນໜັງສືພິມວິເຄາະດ້ານການເມືອງ ທີ່ມີອິດທິພົນຊື່ສຽງຂອງ ລັດເຊຍ ຫາກໍ່ເອົາລົງບົດຂຽນ ດ້ວຍຫົວຂໍ້ “ຫວຽດນາມ - ຈຸດນັດພົບພິເສດຂອງທ່ານປະທານາທາບໍດີ Vladimir Putin” ຂອງນັກຊ່ຽວຊານ Grigory Trofimchuk. ໃນບົດຂຽນ, ນັກຊ່ຽວຊານ Trofimchuk ຊີ້ແຈ້ງວ່າ ຫວຽດນາມ ພົ້ນເດັ່ນຂຶ້ນໃນຈຳນວນຄູ່ຮ່ວມມືທີ່ເປັນມິດຂອງ ລັດເຊຍ, ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ໄດ້ພິສູດໃຫ້ເຫັນແຈ້ງໃນອະດີດຕະການ ແລະ ປັດຈຸບັນ.

ຕອບກັບ