(vovworld) - ກອງປະຊຸມເຂດຕາເວັນຕົກປາຊີຝີກ ຄັ້ງທີ 63 ຂອງອົງການອະນາໄມໂລກ (WHO) ໂດຍຫວຽດນາມ ເປັນເຈົ້າພາບການຈັດຕັ້ງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24/9, ຢູ່ທີ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມທີ່ມີຂອບຂະໜາດໃຫຍ່ ແລະ ສຳຄັນທີ່ສຸດກ່ຽວກັບສາທາລະນະສຸກໃນພາກພື້ນ ດ້ວຍການເຂົ້າຮ່ວມຂອງຜູ້ແທນນັບຮ້ອຍຄົນ ເຊິ່ງແມ່ນຜູ້ຕາງໜ້າບັນດາປະເທດ ແລະ ເຂດແຄ້ວນໃນພາກພື້ນ, ກອງປະຊຸມຍັງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO), ກອງທຶນເດັກນ້ອຍສະຫະປະຊາຊາດ (UNICEF) ແລະ ບັນດາອົງການຕ່າງໆຂອງສະຫະປະຊາຊາດ, ບັນດາຄູ່ຮ່ວມມືໃຫຍ່ຢູ່ໃນໂລກ… ກອງປະຊຸມພາກພື້ນເຂດຕາເວັນຕົກປາຊີຝີກ ຄັ້ງທີ 63 ຂອງ WHO ໄດ້ສຸມໃສ່ປຶກສາຫາລື ແລະ ແກ້ໄຂບັນດາບັນຫາພົ້ນເດັ່ນຂອງພາກພື້ນ, ດ້ວຍຈຸດໝາຍເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ປະຊາຊົນໃນທົ່ວພາກພື້ນ ແລະ ປະກອບສ່ວນປະຕິບັດບັນດາຈຸດໝາຍສາທາລະນະສຸກໃນທົ່ວໂລກ. ທີ່ກອງປະຊຸມ, ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ຫວຽດນາມ ຈະຈັດບັນດາການເຄື່ອນໄຫວດ້ານວິຊາສະເພາະຢູ່ນອກກອງປະຊຸມ, ເພື່ອແນໃສ່ປຸກລະດົມ ແລະ ສົ່ງຂໍ້ມູນຂ່າວມຸ່ງໄປເຖິງການເບິ່ງແຍງດູແລສຸຂະພາບໃຫ້ທົ່ວປວງຊົນດ້ວຍຫົວຂ້ໍ “ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ມຸ່ງໄປສູ່ການປະກັນສຸຂະພາບທົ່ວປວງຊົນ ແລະ ກາລະໂອກາດຮ່ວມມືໃນພາກພື້ນເພື່ອບັນລຸຜົນສຳເລັດໂດຍໄວ”. ທ່ານນາງ Nguyen Thi Kim Tien, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ໃຫ້ຮູ້ວ່າ.
“ນີ້ແມ່ນກອງປະຊຸມຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ, ເພາະສະນັ້ນ ໃນທຸກຫົວເລື່ອງຫວຽດນາມ ລ້ວນແຕ່ເຂົ້າຮ່ວມລາຍງານ, ແບ່ງປັນ ແລະ ຖອດຖອນເອົາບົດຮຽນກັບບັນດາປະເທດ. ພິເສດຫວຽດນາມ ຈະເປັນເຂົ້າພາບຈັດກອງປະຊຸມສຳມະນາຂັ້ນສູງຢູ່ນອກກອງປະຊຸມ ກ່ຽວກັບທິດທາງປະກັນສຸຂະພາບທົ່ວປວງຊົນ ແລະ ເຊື້ອເຊີນບັນດາຜູ້ຊ່ຽວຊານຂອງຄະນະຜູ້ແທນ ໄທ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ມາສະເໜີບົດຮຽນຂອງບັນດາປະເທດທີ່ໄດ້ປະຕິບັດສຳເລັດ ເພື່ອແບ່ງປັນ.”