ການປະກອບສ່ວນຂອງຂະແໜງການຕ່າງປະເທດຫວຽດນາມ ເຂົ້າໄຊຊະນະປະຫວັດສາດລະດູບານໃໝ່ 1975

Chia sẻ
(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ມີບົດຂຽນດ້ວຍຫົວຂໍ້ວ່າ: “ການປະກອບສ່ວນຂອງຂະແໜງການຕ່າງປະເທດ ຫວຽດນາມ ເຂົ້າໄຊຊະນະປະຫວັດສາດລະດູບານໃໝ່ 1975”.
ການປະກອບສ່ວນຂອງຂະແໜງການຕ່າງປະເທດຫວຽດນາມ ເຂົ້າໄຊຊະນະປະຫວັດສາດລະດູບານໃໝ່ 1975 - ảnh 1ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມສາກົນກ່ຽວກັບ ຫວຽດນາມ ຢູ່ປາຣີ ເດືອນ 3/1973   (ພາບ – baoquocte.vn)

        ບົດຂຽນເນັ້ນໜັກວ່າ ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຂະແໜງການຕ່າງປະເທດບາມໃດກໍ່ມີການປະກອບສ່ວນສຳຄັນ. 45 ປີກ່ອນ, ໃນຍຸກສະໄໝໂຮ່ຈີມິນ, ໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ແມ່ນການສົມທົບກັນຢ່າງແຫນ້ນແຟ້ນຂອງແນວຮົບການທະການ ແລະ ແນວຮົບການຕ່າງປະເທດ. ໃນຕະຫລອດໄລະຍະແຫ່ງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ຮຽນບ່າຮຽງໄຫຼ່ກັບບັນດາແນວຮົບການທະຫານ ແລະ ການເມືອງ, ການຕ່າງປະເທດມີການປະກອບສ່ວນສຳຄັນຫລາຍຢ່າງ, ປະກອບສ່ວນນຳປະເທດ ຫວຽດນາມ ຍາດໄດ້ໄຊຊະນະສຸດທ້າຍໃນວັນທີ 30 ເມສາ 1975. ບົດຂຽນຖືວ່າ: ໃນວັນນີ້, ພາລະກິດປ່ຽນແປງໃໝ່ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງນັ້ນ ໄດ້ວາງອອກພາລະກຳປະຫວັດສາດໃໝ່ໃຫ້ຂະແໜງການຕ່າງປະເທດ ຫວຽດນາມ. ຍິ່ງກ່ວາເວລາໃດໝົດ, ການຕ່າງປະເທດ ຫວຽດນາມ ຄວນນຳໜ້າໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ດຶງດູດບັນດາແຫຼ່ງກຳລັງຈາກພາຍນອກ ເພື່ອພັດທະນາປະເທດຊາດ.

ຕອບກັບ