ການນຳລັດຖະບານອວຍພອນປີໃໝ່ພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານ

Chia sẻ
(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ປີ 2015, ​ພະນັກງານ, ພາລະ​ກອນ, ລັດຖະກອນຫ້ອງ​ວ່າການ​ລັດຖະບານ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກ​ຄີ, ​​ເປັນເອກະ​ພາບ
ການນຳລັດຖະບານອວຍພອນປີໃໝ່ພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານ - ảnh 1
ການນຳລັດຖະບານອວຍພອນປີໃໝ່ພະນັກງານ,
ລັດຖະກອນຫ້ອງວ່າການລັດຖະບານ
(ພາບ: chinhphu.vn)


(vovworld) – ວັນ​ທີ 24/2, ​ເປັນ​ວັນ​ເຮັດ​ວຽກ​ທຳ​ອິດ​ຂອງ​ປີ​ໃໝ່​ປີ​ມະ​ແມ 2015, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸງຫາຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ລົງ​ອວຍພອນ​ປີ​ໃໝ່​ພະນັກງານ, ພາລະ​ກອນ, ລັດຖະກອນຫ້ອງ​ວ່າການ​ລັດຖະບານ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລ້ວ, ປີ 2014 ຜ່ານ​ມາ, ຫ້ອງ​ວ່າການ​ລັດຖະບານ​ໄດ້​ປະຕິບັດບົດບາດ​ໜ້າ​ທີ່ຂອງ​ຕົນ​ເປັນ​ຢ່າງ​ດີ, ປະກອບສ່ວນ​​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ປີ 2015, ​ພະນັກງານ, ພາລະ​ກອນ, ລັດຖະກອນຫ້ອງ​ວ່າການ​ລັດຖະບານ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກ​ຄີ, ​​ເປັນເອກະ​ພາບ, ຈິດ​ໜຶ່ງ​ໃຈ​ດຽວເພື່ອ​ຮັບ​ໃຊ້​ໃຫ້ການ​ເຄື່ອນ​ໄຫວ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ​ໃຫ້​ເປັນ​ຢ່າງດີ​ກ່ວາ​ອີກ, ປະກອບສ່ວນ​ເຂົ້າໃນ​ຜົນງານ​ພັດທະນາ​ເສດຖະກິດ-​ສັງຄົມ​ລວມຂອງ​ປະ​ເທດ​ຊາດ.