ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ຊູ​ດັງ: AU ງົດ​ການ​ເປັນ​ສະ​ມາ​ຊິກ​ຂອງ ຊູ​ດັງ

Chia sẻ
(VOVWORLD) -ສະຫະພາບ ອາຟະລິກາ (AU) ໃຫ້ຮູ້ວ່າ ໄດ້ງົດການເປັນສະມາຊິກຂອງ ຊູດັງ ຈົນຮອດເມື່ອໃດທີ່ອຳນາດການປົກຄອງພົນລະເຮືອນໄດ້ຮັບການຟື້ນຟູ. 
ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ຊູ​ດັງ: AU ງົດ​ການ​ເປັນ​ສະ​ມາ​ຊິກ​ຂອງ ຊູ​ດັງ - ảnh 1ກຳລັງປ້ອງກັນຄວາມສະຫງົບ ຊູດັງ  ລາດຕະເວນຢູ່ Khartoum (ພາບ: AFP/TTXVN)

ວັນທີ 27 ຕຸລາ, ສະຫະພາບ ອາຟະລິກາ (AU) ໃຫ້ຮູ້ວ່າ ໄດ້ງົດການເປັນສະມາຊິກຂອງ ຊູດັງ ຈົນຮອດເມື່ອໃດທີ່ອຳນາດການປົກຄອງພົນລະເຮືອນໄດ້ຮັບການຟື້ນຟູ, ພ້ອມທັງກ່າວປະນາມການກະທຳກໍ່ລັດຖະປະຫານຂອງກອງທັບປະເທດນີ້, ຖືນີ້ແມ່ນການ “ລະເມີດລັດຖະທຳມະນູນ”.

        AU ໄດ້ຕຳໜິຕິຕຽນຢ່າງຮຸນແຮງຕໍ່ການກໍ່ລັດຖະປະຫານຢູ່ ຊູດັງ ແລະ ຕັດສິນໃຈງົດການເຂົ້າຮ່ວມຂອງ ຊູດັງ ໃນການເຄື່ອນໄຫວຂອງ AU ຈົນຮອດເມື່ອໃດກອງທັບປະເທດນີ້ ມອບໂອນສິດອຳນາດໃຫ້ອຳນາດການປົກຄອງພົນລະເຮືອນ.

        ກ່ອນໜ້ານັ້ນ, AU ກໍເຄີຍງົດການເປັນສະມາຊິກຂອງ ຊູດັງ ມາແລ້ວໃນເດືອນ ມິຖຸນາປີ 2019 ພາຍຫຼັງທີ່ເກີດການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງຢູ່ Khartoum.


ຕອບກັບ