ກອງ​ປະ​ຊຸມ​ເຈ​ລະ​ຈາ​ຂັ້ນ​ສູງ​ປ​ະ​ຈຳ​ປີ ກ່ຽວ​ກັບ​ເສດ​ຖະ​ກິດ ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 8

Chia sẻ
(VOVWORLD) - ວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງ ປາຣີ (ຝລັ່ງ), ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ  ແລະ ທ່ານ Franck Riesterລັດຖະມົນຕີກະຊວງການຄ້າຕ່າງປະເທດ, ດຶງດູດນັກລົງທຶນຕ່າງປະເທດ, ຝລັ່ງ ໂກໂຟນີ ແລະ ຊາວ ຝລັ່ງ ຢູ່ຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມເຈລະຈາຂັ້ນສູງ ປະຈຳປີ ຄັ້ງທີ 8 ກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ. ນີ້ແມ່ນກອງປະຊຸມທຳອິດທີ່ຖືກຈັດຂຶ້ນໂດຍກົງພາຍຫຼັງໂລກລະບາດໂຄວິດ - 19.
ກອງ​ປະ​ຊຸມ​ເຈ​ລະ​ຈາ​ຂັ້ນ​ສູງ​ປ​ະ​ຈຳ​ປີ ກ່ຽວ​ກັບ​ເສດ​ຖະ​ກິດ ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 8 - ảnh 1ກອງປະຊຸມເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມເຈລະຈາ, ທ່ານລັດຖະມົນຕີ Franck Riester ຢັ້ງຢືນວ່າ ກອງປະຊຸມເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ ປີນີ້ ແມ່ນເພື່ອແນໃສ່ຫັນບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບໃນການໂອ້ລົມສົນທະນາທາງໂທລະສັບລະຫວ່າງ ທ່ານປະທານາທິບໍດີ ຝລັ່ງ Emmanel Macron ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນຕຸລາ ປີ 2023 ເປັນລະອຽດ. ບົນເນື້ອໃນຈິດໃຈນັ້ນ, ຝລັ່ງ ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍປ່ຽນໃໝ່ເສດຖະກິດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ພວມມານະພະຍາຍາມຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ ໂດຍອີງໃສ່ການເພີ່ມສະມັດຕະພາບ ແລະ ນະວັດຕະກຳ; ພັດທະນາເສດຖະກິດດີຈີຕອນ, ແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ ເຈິ່ນກວັກເຟືອງ ແບ່ງປັນວ່າ:

“ໃນກອງປະຊຸມຄັ້ງທີ 8 ນີ້, ພວກຂ້າພະເຈົ້າບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ ກ່ຽວກັບບັນດາຂົງເຂດຈຸດສຸມໃນໄລຍະຈະມາເຖິງ. ສອງຝ່າຍກໍຈະຮ່ວມມືກັນເພື່ອຊຸກຍູ້ການພົວພັນກໍຄືຄວາມຄືບໜ້າໃນບັນດາການເຄື່ອນໄຫວ. ກ່ຽວຂ້ອງເຖິງບັນຫາພື້ນຖານໂຄງລ່າງ, ສອງຝ່າຍໄດ້ກຳນົດວ່າ ບັນດາຂົງເຂດບຸລິມະສິດ, ລະອຽດແມ່ນພື້ນຖານໂຄງລ່າງໃຫຍ່ ແລະ ໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບການເຕີບໂຕ, ສອງຝ່າຍ ຈະສຸມໃສ່ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ”.

ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ