ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ ຢູ່ອາເມລິກາ

Chia sẻ
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫົວ​ຂໍ້​ວ່າ “ຄວບ​ຄຸມ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS) ຂອງ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ ວໍ​ຊິງ​ເຕັນ
ກອງປະຊຸມສຳມະນາ ສາກົນກ່ຽວກັບທະເລ ຕາເວັນອອກ ຢູ່ອາເມລິກາ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ
(ພາບ: thanhnien.com.vn)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫົວ​ຂໍ້​ວ່າ “ຄວບ​ຄຸມ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS) ຂອງ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ ວໍ​ຊິງ​ເຕັນ, ອາ​ເມ​ລິ​ກາ ​ໃນ​ລະຫວ່າງ​ວັນ​ທີ 05 – 06/06, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 250 ທ່ານ ​ເຊິ່ງ​ແມ່ນ​ບັນດາ​​ເຈົ້າ​ໜ້າ​ທີ່, ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ທີ່ມາ​ຈາກອາ​ເມ​ລິ​ກາ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ຟີ​ລິບ​ປີນ, ​ໄຕ​ຫວັນ ​ແລະ ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາຄື: ຄວາມສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ຜັນ​​ແປໃນ​ໄລຍະມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຕາ​ເວັນ​ອອກສຳລັບ​ສະພາບ​ການ​ເມືອງ​ຂອງ​ພາກ​ພື້ນ; ບັນດາ​ຂໍ້​ສະ​ເໜີ​ດ້ານ​ນະ​ໂຍບາຍ​​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ຜູ້​ຮັກສາ​ການຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ຮັບຜິດຊອບ​ບັນດາ​ບັນຫາ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຝີ​ກ ທ່ານ Joseph Yun ຢືນຢັນ​ວ່າ ອາ​ເມ​ລິ​ກາ ບໍ່​ຢືນ​ຢູ່​ຝ່າຍ​ໃດ​ໃນການ​ຮຽກຮ້ອງ​ອະທິປະ​ໄຕ ​ແລະ ການພິພາດ​ອະທິປະ​ໄຕ​ເຂດ​ນ້ຳ​ດິນ​ແດນ, ​ໄຫຼ່​ທະວີບ. ​ແຕ່​ວ່າ ບັນດາ​ຄຳ​ຮຽກ​ຮ້ອງ​ນີ້​ຕ້ອງ​ອີ່​ງ​ໃສ່​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS). ອາ​ເມ​ລິ​ກາ​ຫວັງ​ວ່າ ຈີນ ​ແລະ ອາ​ຊຽນ ຈະ​ເລີ່​ມ​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື​ໂດຍ​ໄວ ກ່ຽວ​ກັບ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ພິ​ພາດ.