(ພາບປະກອບ) |
ທ່ານລັດຖະມົນຕີກະຊວງການເງິນ ຝຣັ່ງ Bruno Le Maire ໄດ້ກ່າວເຕືອນບັນດາຄວາມບໍ່ລົງລອຍກັນນັບມື້ນັບເພີ່ມຂຶ້ນກ່ຽວກັບນະໂຍບາຍເສດຖະກິດລະຫວ່າງບັນດາປະເທດສະມາຊິກຂຶ້ນກັບພາກພື້ນໃຊ້ສະກຸນເງິນຕາລວມ ເອີຣົບ (Eurozone) ທີ່ມີຄວາມສ່ຽງກໍ່ຜົນຮ້າຍຕໍ່ສະກຸນເງິນ euro ໃນອະນາຄົດ. ທ່ານນັ້ນໜັກວ່າ ບັນດາຄວາມແຕກຕ່າງກ່ຽວກັບນະໂຍບາຍເສດຖະກິດນັບມື້ນັບເພີ່ມຂຶ້ນລະຫວ່າງບັນດາປະເທດສະມາຊິກ ແມ່ນສິ່ງທີ່ເປັນໜ້າວິຕົກກັງວົນທີ່ສຸດໃນໄລຍະຍາວ ແລະ ອາດຈະນຳຜົນຮ້າຍມາໃຫ້ສະກຸນເງິນ euro ທີ່ບໍ່ສາມາດຄົງຕົວໄດ້.