ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

Chia sẻ

(VOVWORLD) - ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງບັນດາເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ; ກະກຽມວຽກງານຊີ້ນຳດຳເນີນກອງປະຊູມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ບາງບັນຫາສຳຄັນອື່ນ.



ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 16 ພຶດສະພາ, ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ. ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງບັນດາເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ; ກະກຽມວຽກງານຊີ້ນຳດຳເນີນກອງປະຊູມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ບາງບັນຫາສຳຄັນອື່ນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຈະດຳເນີນໃນຕົ້ນປີ 2026. ບັນດາຮ່າງເອກະສານ, ບົດລາຍງານການເມືອງ ຕ້ອງມີລັກສະນະສັງເຂບກວມລວມບັນດາບັນຫາທີ່ເປັນທັດສະນະ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກໃນບັນດາຂົງເຂດຂອງຊີວິດສັງຄົມ:

        “ບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານກໍ່ສ້າງພັກ ແລະ ດຳເນີນກົດລະບຽບຂອງພັກ ແມ່ນບັນດາບົດລາຍງານຕາມຫົວເລື່ອງສະເພາະ, ລົງເລິກ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ກໍ່ສ້າງ, ປັບປຸງພັກ, ແມ່ນຫຼັກຖານອັນລະອຽດເພື່ອພິສູດໃຫ້ແກ່ຄວາມຖືກຕ້ອງຂອງບັນດາຂໍ້ສັງເກດ, ຕີລາຄາສະພາບການ ແລະ ເຊື່ອມຊຶມ, ຫັນບັນດາການກຳນົດທິດໃຫຍ່ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການທີ່ໄດ້ລວບລວມໃນບົດລາຍງານການເມືອງ ເປັນລະອຽດ. ຕ້ອງມີຄວາມເໝາະສົມ, ສອດຄ່ອງ, ສະເໝີຕົ້ນສະເໝີປາຍກັບທັດສະນະ, ກຳນົດທິດໃຫຍ່ທີ່ໄດ້ຍົກອອກໃນບົດລາຍງານການເມືອງ”.

ຕອບກັບ