ກອງປະຊຸມຜັນຂະຫຍາຍວຽກງານສານປີ 2019

Chia sẻ
(VOVWORLD) - ໃນເງື່ອນໄຂປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ສານຕ້ອງເປີດກ້ວາງ ແລະ ຍົກສູງຄຸນນະພາບການຮ່ວມມືກັບບັນດາອົງການສານພິພາກສາ ແລະ ກຳມະການສາກົນ
ກອງປະຊຸມຜັນຂະຫຍາຍວຽກງານສານປີ 2019 - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ຕອນເຊົ້າວັນທີ 14 ມັງກອນ, ສານປະຊາຊົນສູງສຸດໄດ້ຈັດຕັ້ງກອງປະຊຸມຕີລາຄາສະພາບການປະຕິບັດໜ້າທີ່ວຽກງານຂອງສານປີ 2018 ແລະ ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ກຳນົດເປົ້າໝາຍ ແລະ ໜ້າທີ່ຈຸດສຸມວຽກງານໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ,  ທ່ານຊີ້ແຈ້ງວ່າ:

        ແຕ່ລະຄະດີຕ້ອງເຮັດແນວໃດ ເພື່ອໃຫ້ຈຳເລີຍຍອມຮັບ, ເຮັດໃຫ້ອາດຊະຍາກອນຍອມຮັບສາລະພາບ, ເກ້ຍກ່ອມໄດ້ບັນດາຝ່າຍ, ໄດ້ມະຫາຊົນເຫັນດີເຫັນພ້ອມ; ຕ້ອງສ້າງໄດ້ບັນດາມາດຖານດ້ານນິຕິທຳ, ມາດຖານຄຸນນະພາບ, ມີຜົນປະໂຫຍດສຶກສາກົດໝາຍ ແລະ ກຳນົດທິດທາງການເຄື່ອນໄຫວຂອງສັງຄົມ. ສານຄວນສຸມໃສ່ຍົກສຸງຄຸນນະພາບ, ລັກສະນະເປັນໄປໄດ້, ຊັດເຈນຂອງການລົງໂທດ, ເປັນຕົ້ນແມ່ນເລື່ອງໝູນໃຊ້ບັນດາມາດຕະການດ້ານຕຸລາການ ແລະ ກຳນົດຄວາມຮັບຜິດຊອບທາງແພ່ງຂອງອາດຊະຍາກອນຢ່າງຖືກຕ້ອງ, ຍົກສູງປະສິດທິຜົນການຮີບໂຮມຊັບສິນຈາກບັນດາຄະດີສໍ້ລາດບັງຫລວງ, ເສດຖະກິດ.

        ໃນເງື່ອນໄຂປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ສານຕ້ອງເປີດກ້ວາງ ແລະ ຍົກສູງຄຸນນະພາບການຮ່ວມມືກັບບັນດາອົງການສານພິພາກສາ ແລະ ກຳມະການສາກົນ ເພື່ອໃຫ້ມີກຳລັງຄວາມສາມາດຢ່າງພຽງພໍແກ້ໄຂບັນດາຄະດີ, ເຫດການຂ້າມຊາດ; ຜ່ານນັ້ນ ຍົກສູງທີ່ຕັ້ງບົດບາດຂອງສານ ຫວຽດນາມ ບົນເວທີສາກົນ.

ຕອບກັບ