ກອງປະຊຸມນັດສາ ມັນຂອງກະຊວງ ການຕ່າງປະເທດ ຫວຽດນາມ

Chia sẻ

ວັນ​ທີ 5/7, ​ເມື່ອ​ຕອບ​ຄຳ​ຖາມ​ທີ່​ສະ​ເໜີ​ໃຫ້​ຮູ້ກ່ຽວກັບ​ຄວາມ​ໝາຍ​ຂອງ​ເລື່ອງ​ວັນ​ທີ 3/7 ທີ່​ຜ່ານ​ມາ, ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ (ຫຼື EFTA) ​ໄດ້​ຮັບ​ຮູ້​ພື້ນຖານ​ເສດຖະກິດ​ຕະຫຼາດ​ຂ​ອງຫວຽດນາມ ​ແລະ ​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ (ຫຼື FTA) ລະຫວ່າງ​ຫວຽດນາມ ​ແລະ ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ

ກອງປະຊຸມນັດສາ ມັນຂອງກະຊວງ ການຕ່າງປະເທດ ຫວຽດນາມ - ảnh 1
ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 5/7, ​ເມື່ອ​ຕອບ​ຄຳ​ຖາມ​ທີ່​ສະ​ເໜີ​ໃຫ້​ຮູ້ກ່ຽວກັບ​ຄວາມ​ໝາຍ​ຂອງ​ເລື່ອງ​ວັນ​ທີ 3/7 ທີ່​ຜ່ານ​ມາ, ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ (ຫຼື EFTA) ​ໄດ້​ຮັບ​ຮູ້​ພື້ນຖານ​ເສດຖະກິດ​ຕະຫຼາດ​ຂ​ອງຫວຽດນາມ ​ແລະ ​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ (ຫຼື FTA) ລະຫວ່າງ​ຫວຽດນາມ ​ແລະ ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ​ເວົ້າ​ວ່າ:

“​ເລື່ອງ​ບັນດາ​ປະ​ເທດ​ທີ່​ສັງ​ກັດ​ກຸ່ນ​ການ​ຄ້າ​ເສລີ​ເອີ​ລົບ (ຫຼື EFTA) ​ເຊິ່ງລວມມີ: ​ນອກ​​ແວ, ຊູ​ແອດ, ອຽກລັງ ​ແລະ Liechtenstein ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ, ພ້ອມ​ກັບ​ການເລີ່​ມ​ດຳ​ເນີນ​ການ​ເຈລະ​ຈາ FTA ​ແມ່ນ​ບາດກ້າວ​ພັດທະນາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ EFTA ​ໃນ​ໄລຍະ​ໃໝ່, ພິ​ເສດ​ແມ່ນ​ເສດຖະກິດ​ການ​ຄ້າ, ສ້າງ​ຂອບ​ເຂດ​ໃໝ່​ຊ່ວຍ​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ເລິກ​ເຊິ່ງກ່ວາ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຫວຽດນາມ ​ແລະ EFTA ດ້ວຍ​ຖານະ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສະ​ເໝີ​ພາບ. ພ້ອມ​ທັງ, ​ເລື​່ອງ​ເປັນ​ຄັ້ງ​ທຳ​ອິດ EFTA ​ໄດ້​ຮັບ​ຮູ້ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ ​​ອີກ​ເທື່ອ​ໜຶ່ງໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະ​ໜູນ​ຢ່າງ​ຕັ້ງໜ້າ, ກ້ວາງ​ແຂວງ​ຂອງ​ປະຊາ​ຄ​ົມ​ໂລກ ຕໍ່​ພາລະກິດ​ປ່ຽນ​ໃໝ່, ລະບອບ​ເສດຖະກິດ​ການ​ຕະຫຼາດ, ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ວິວັດທະ​ນາ​​ການ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ”

ກ່ຽວ​ຂ້ອງ​ເຖິງ​​ຄຳ​ຖາມ​ທີ່​ວ່າ: ​ໃນ​ຂ​ອບ​ເຂດ​ກອງ​ປະຊຸມ​ອາ​ຊຽນ ​​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່ ກຳປູ​ເຈຍ ໃນ​ເວລາຈະ​ມາ​ເຖິງ, ທີ່​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ພາກ​ພື້ນ (ຫຼື ARF), ຫວຽດນາມ ຈະ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ຄື​ແນວ​ໃດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ Luong Thanh Nghi ຢືນຢັນ​ວ່າ: ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ສົນ​ໃຈ​ລວມຂອງ​ອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຫຼັກໝັ້ນ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ ອາຊຽນ​ແມ່ນ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​​ໃນການ​ເດີນ​ເຮືອ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ແຜນນະ​ໂຍບາຍ​ແກ້​ໄຂໂດຍ​ສັນຕິ​ວິທີກ່ຽວ​ກັບ​ບັນດາ​ການ​ພິພາດ​ກັນ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ເມື່ອ​ປີ 1982 ​ແລະ ​ເນື້ອ​ໃນຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC). ​ໂດຍ​ແມ່ນ​ສະມາຊິກ​ຂອງ ອາ​ຊຽນ, ຫວຽດນາມ ຈະ​ມານະ​ພະຍາຍາມ ປະກອບສ່ວນ​ເຂົ້າ​ໃນ​ການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ພາກ​ພື້ນ.