ກອງປະຊຸມຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ

Chia sẻ
ຕອນ​ເຊົ້າ​ວັນ​ທີ 18/1 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງ​ທີ 2 ຊຸດ​ທີ 9
ກອງປະຊຸມຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ - ảnh 1

(vovworld)-  ຕອນ​ເຊົ້າ​ວັນ​ທີ 18/1 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງ​ທີ 2 ຊຸດ​ທີ 9. ກອງ​ປະຊຸມ​ໄດ້​ປືກສາ​ຫາລື​ກ່ຽວ​ກັບ​ກົດ​ລະບຽບ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ, ຄະນະ​ກວດກາ​ສູນ​ກາງ​ສະ​ພາ​ກາ​ແດງ, ​ແຜນການ​ເຮັດ​ວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະພາກາ​ແດງ​ຊຸດ​ທີ 9 ​ແລະ ສະຫລຸບ​ວຽກ​ງານ​ຂອງ​ສະພາ, ຂະ​ບວນການ​​ເຄື່ອນ​ໄຫວສະພາກາ​ແດງ​​ໃນ​ປີ 2012, ກຳນົດ​ໂຄງການ​ປະຕິບັດ​ງານ​ປີ 2013. ​ເພື່ອ​ຍົກ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະພາກາ​ແດງ​ໃນ​ປີ 2013, ທ່ານ ດ່ວານ​ວັນ​ທາຍ, ຮອງ​ປະທານ, ​ເລຂາທິການ ​ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ ຜ່ານ​ນັ້ນ​ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມະນຸດສະທ​ຳ, ​ເພີ່ມ​ທະວີ​ການ​ຂົນຂວາຍ​ສ້າງ​ກອງ​ທຶນ​ເພື່ອ​ໃຫ້​ສະພາ​ກາ​ແດງ​ທຸກ​ຂັ້ນ​​ເປັນ​ເຈົ້າ​ການ​ກວ່າ​ກ່ຽວກັບ​ແຫ​ລ່ງກຳລັງ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ. ຄຽງ​ຄູ່​ກັນ​ນັ້ນ ​ແມ່ນ​ປັບປຸງ, ຍົກ​ສູງ​ຄຸນ​ນະພາ​ບ​ສະພາກາ​ແດງ​ເພື່ອ​ໃຫ້​ສະພາ​ກາ​ແດງ ຫວຽດນາມ ມີ​ກຳລັງ​ຄວາມ​ສາມາດ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຢູ່​ຮາກ​ຖານ ​ແລະ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ, ໝູ່​ມະຫາຊົນ, ອົງການ​ຈັດ​ຕັ້ງສາກົນ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ.”