ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸມໃສ່ກວດກາສະພາບການຜັນຂະຫຍາຍບັນດາໂຄງການ, ກວດກາຕີລາຄາການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ
ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ - ảnh 1(ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າ ສົມທົບກັບທາງໄກ)

        ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົນຂົນສົ່ງ, ເປັນປະທານກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າ ສົມທົບກັບທາງໄກ.

        ກ່າວຄຳເຫັນທີ່ກອງລະປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ສຸມໃສ່ກວດກາສະພາບການຜັນຂະຫຍາຍບັນດາໂຄງການ, ກວດກາຕີລາຄາການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດການປະຕິບັດບັນດາໂຄງການ, ໂດຍສະເພາະແມ່ນວຽກງານບຸກເບີກໜ້າພຽງ, ສະໜອງວັດຖຸກວາດຖົມ, ການທົດລອງນຳໃຊ້ຊາຍທະເລເປັນວັດຖຸກວາດຖົມ… ສຳລັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໜີວ່າ:

        “ດ້ວຍຈິດໃຈແມ່ນມີຄວາມຕັດສິນໃຈສູງ, ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ມີການກະທຳຢ່າງຂ້ຽວຂາດ, ມີຈຸດສຸມ. ໃນທຸກກໍລະນີປະສົບກັບຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ສິ່ງກີດຂວາງ, ເຈົ້າຂອງຮັບເໝົາການລົງທຶນ, ບັນດາກຳລັງເຂົ້າຮ່ວມໂຄງການຕ້ອງມີການຮ່ວມແຮງຮ່ວມໃຈກັນ. ມີຄວາມຕັດສິນໃຈສູງສຸດ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ເພື່ອນຳບັນດາກິດຈະກຳ, ໂຄງການໃຫ້ຖືກຕາມແຜນການທີ່ໄດ້ວາງອອກ, ພິເສດ, ບັນດາທ້ອງຖິ່ນຕ້ອງສຸມໃສ່ແກ້ໄຂຂໍ້ຕິດຄັດ, ຍູ້ໄວ້ຄວາມຄືບໜ້າການປະຕິບັດເພື່ອຮັບປະກັນປະຕິບັດສຳເລັດເສັ້ນທາງຄວາມໄວສູງ 3.000 ກມ ໃນປີ 2025”.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ລະດົມລະບົບການເມືອງ; ເສີມຂະຫຍາຍບັນດາກຳລັງ, ວິສາຫະກິດເຂົ້າຮ່ວມການຜັນຂະຫຍາຍບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ.

ຕອບກັບ