ກໍ່ສ້າງນະຄອນ ດ່ານັ້ງ ກາຍເປັນຈຸດນັດພົບຂອງການເລີ່ມທຸລະກິດ Startup

Chia sẻ
(VOVWORLD) - ກອງປະຊຸມ ແລະ ງານວາງສະແດງເລີ່ມທຸລະກິດ startup  ດ່ານັ້ງ SURF 2018 ສະແດງໃຫ້ເຫັນເຈດຈຳນົງ
ກໍ່ສ້າງນະຄອນ ດ່ານັ້ງ ກາຍເປັນຈຸດນັດພົບຂອງການເລີ່ມທຸລະກິດ Startup - ảnh 1ຂົວແຫ່ງໜຶ່ງຢູ່ ດ່ານັ້ງ

 

ວັນທີ 29 ມິຖຸນາ, ສະພາປະສານງານເຄືອຂ່າຍເລີ່ມທຸລະກິດ startup, ສວນກ້າເບ້ຍວິສາຫະກິດ ນະຄອນ ດ່ານັ້ງ ໄດ້ຈັດຕັ້ງກອງປະຊຸມ ແລະ ງານວາງສະແດງເລີ່ມທຸລະກິດ startup ດ່ານັ້ງ SURF 2018 ດ້ວຍຫົວຂໍ້ “ເຊື່ອມຕໍ່ບັນດາກະແສຟອງ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ເນັ້ນໜັກວ່າ: ກອງປະຊຸມ ແລະ ງານວາງສະແດງເລີ່ມທຸລະກິດ startup  ດ່ານັ້ງ SURF 2018 ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງອຳນາດການປົກຄອງນະຄອນ ພ້ອມກັບທົ່ວປະເທດໄດ້ພິຊິດບັນດາກະແສຟອງ startup, ບືນຕົວຈາກບັນດາສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ສ້າງກຳລັງໜູນຢ່າງໜັກແໜ້ນກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4.

ຕອບກັບ