ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ
ຫງວຽນທິກິມຕ໋ຽນ
(ພາບ: TTXVN)
|
(vovworld) – ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ນຳໜ້າໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທີ 68 ຂອງສະມັດຊາໃຫຍ່ອົງການອະນາໄມໂລກ (WHO) ທີ່ໄຂຂຶ້ນຢູ່ ເຊີແນວ, ປະເທດ ສະວິດ ໃນວັນທີ 18/5 ແລະ ຄາດວ່າຈະແກ່ຍາວຮອດວັນທີ 26/5. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ໃຫ້ຮູ້ວ່າ: ໂດຍແມ່ນປະເທດທີ່ມີພົນລະເມືອງກ່ວາ 90 ລ້ານຄົນ, ຫາກໍ່ຖືກຈັດເຂົ້າກຸ່ມບັນດາປະເທດມີລາຍຮັບປານກາງ, ແຕ່ວ່າ ຫວຽດນາມ ບັນລຸໄດ້ບັນດາຕົວເລກກ່ຽວກັບສຸຂະພາບສູງກ່ວາເມື່ອທຽບໃສ່ບາງປະເທດມີລະດັບລາຍຮັບເທົ່າທຽມ… ຫວຽດນາມ ພວມມຸ່ງໄປເຖິງການສ້າງລະບົບສົ່ງເສີມສຸຂະພາບແບບຍືນຍົງເທື່ອລະກ້າວ, ໃນນັ້ນພັດທະນາຢ່າງຄົບຊຸດທັງການແພດລົງເລິກ ແລະ ການແພດທົ່ວໄປ.
ຕາມ ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ແລ້ວ, ອົງການອະນາໄມໂລກ ເຂດ ປາຊິຟິກຕາເວັນຕົກ ກໍ່ຕີລາຄາ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າກະໂດດຂັ້ນໃນການກຽມພ້ອມຕອບສະໜອງກັບສະພາບສຸກເສີນດ້ານການແພດວົງຄະນະຍາດ ແລະ ເລື່ອງ ຫວຽດນາມ ເຂົ້າຮ່ວມລະບົບຄວາມໝັ້ນຄົງດ້ານການແພດທົ່ວໂລກ.