(ພາບປະກອບ / AFP/TTXVN) |
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຢູ່ ເຊີແນວ (ປະເທດສະວິດ), ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ແລະ ທ່ານ Mike Ryan ຜູ້ອຳນວຍການຮັບຜິດຊອບບັນດາກໍລະນີສຸກເສີນ WHO ໄດ້ກະຕຸກຊຸກຍູ້ບັນດາປະເທດທັງໝົດ ຄວນເປັນເຈົ້າການເພີມທະວີບັນດາມາດຕະການຮັກສາສຸຂະພາບ.
ໄປຄຽງຄູ່ກັນນັ້ນ, ທ່ານ Tedros ກໍ່ໃຫ້ຮູ້ວ່າ: ປະຈຸບັນມີວັກຊິນຫລາຍຊະນິດພວມທົດລອງໃນໄລຍະທີ 3 ສຳລັບມະນຸດ ແລະ ພວກເຮົາຫວັງວ່າ ຈະມີວັກຊິນບາງຊະນິດທີ່ມີປະສິດທິຜົນ ເພື່ອຊ່ວຍສະກັດກັ້ນຄວາມສ່ຽງຕິດແປດນີ້.