ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO (ພາບ: THX/TTXVN) |
ກ່າວຄຳເຫັນທີ່ການຖະແຫຼງຂ່າວທາງອອນລາຍ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໄດ້ແບ່ງປັນວ່າ ນີ້ແມ່ນຄວາມເຈັບປວດ ແລະ ຄວາມສນເສຍອັນຍິ່ງໃຫຍ່ຂອງໂລກ, ແຕ່ວ່າ “ຍັງມີຄວາມຫວັງ ແລະ ບໍ່ຄຳວ່າຊ້າເພື່ອຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປ”. ທ່ານ Tedros ກໍ່ເນັ້ນໜັກວ່າ ໃນທົ່ວໂລກມີຄວາມຜິດດ່ຽງຢ່າງໃຫຍ່ຫຼວງລະຫວ່າງ ເປົ້າໝາຍການອຸປະຖຳໃຫ້ແກ່ກົນໄກເພີ່ມທະວີການຕິດຕັ້ງອຸປະກອນການແພດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19(ACT) ແລະ ບ້ວງເງິນຂອງບັນດາປະເທດທີ່ໄດ້ໃຫ້ຄຳໝັ້ນສັນຍາແລ້ວ. 3 ເດືອນຈະມາເຖິງແມ່ນໄລຍະເວລາສຳຄັນທີ່ສຸດ ເພື່ອເປີດກ້ວາງຂອບຂະໜາດ ACT ໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ເພື່ອຍາດແຍ່ງກາລະໂອກາດດັ່ງກ່າວໄດ້ດີທີ່ສຸດ, ບັນດາປະເທດຕ້ອງຕັ້ງໜ້າໃຫ້ອຸປະຖຳຂໍ້ລິເລີ່ມ ACT ແລະ ໃຫ້ບຸລິມະສິດນຳໃຊ້ບັນດາເຄື່ອງມືໃໝ່.