ທ່ານນາງ Margaret Chan ແລະ ທ່ານ ຫງວຽນຊວນຟຸກ
(ພາບ: ຫວູຢູ້ງ/VOV)
|
(vovworld) – ຫວຽດນາມ ປາດຖະໜາຢາກໃຫ້ WHO ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ໃນຂົງເຂດເຕັກນິກ, ວິຊາສະເພາະການແພດ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍກໍ່ສ້າງລະບົບສາທາລະນະສຸກ ຫວຽດນາມ ໃຫ້ທັນສະໄໝ ແລະ ສຳເລັດເທື່ອລະກ້າວ, ໃຫ້ຫລຸດຜ່ອນອັດຕາສ່ວນການຕິດພະຍາດ ແລະ ເສຍຊີວິດ, ເພີ່ມອາຍຸຍືນໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ເນັ້ນໜັກຄືດັ່ງກ່າວ ໃນການຕ້ອນຮັບທ່ານນາງ Margaret Chan, ຜູ້ອຳນວຍການອົງການອານາໄມໂລກ (WHO) ໃນຕອນເຊົ້າວັນທີ 10/4, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບອົກຂອບໃຈ WHO ໃນຊຸມປີຜ່ານມາໄດ້ຮ່ວມມືຢ່າງແໜ້ນແຟ້ນກັບຂະແໜງສາທາລະນະສຸກ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ບັນດາຜົນງານຂອງ WHO, ໃນນັ້ນມີການປະກອບສ່ວນສຳຄັນຂອງທ່ານນາງ Margaret Chan.
ທ່ານນາງ Margaret Chan ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຊາບໝາກຜົນອັນດີງາມຂອງການເຮັດວຽກກັບການນຳກະຊວງສາທາລະນະສຸກ ຫວຽດນາມ. 2 ຝ່າຍເຫັນດີກັບຫຼາຍເນື້ອໃນສຳຄັນໃນຂົງເຂດສາທາລະນະສຸກ. ທ່ານນາງ Margaret Chan ສະເໜີ ຫວຽດນາມ ຍູ້ແຮງການບຳລຸງສ້າງທ່ານໝໍຫຼາຍຂະແໜງ, ພິເສດແມ່ນທ່ານໝໍຄອບຄົວເພື່ອຍົກສູງຄຸນນະພາບການສົ່ງເສີມສຸຂະພາບໃນເບື້ອງຕົ້ນໃຫ້ແກ່ປະຊາຊົນ.