ວັນທີ 27 ມີນາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ບົດລາຍງານລະອຽດ ກ່ຽວກັບການສືບສວນຢູ່ນະຄອນ ອຸ້ຫັນ, ປະເທດຈີນ ເພື່ອຄົ້ນຫາຕົ້ນກຳເນີດຂອງ ໂລກລະບາດໂຄວິດ - 19 ຄາດວ່າຈະໄດ້ຮັບການປະການໃນ 2 – 3 ວັນຈະມາເຖິງ. ກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ຂອງ ອົງການນະນາໄມໂລກ, ທ່ານ Peter Ben Embarek, ນັກຊ່ຽວຊານ ຂອງ WHO ແລະ ແມ່ນຜູ້ນຳໜ້າຂອງກຸ່ມສືບສວນຂອງ WHO ຢູ່ ຈີນ ໃຫ້ຮູ້ວ່າ ອົງການນີ້ ປັດຈຸບັນພວມກວດກາຂໍ້ມູນ ແລະ ແປບົດລາຍງານນີ້. ໃນຂະນະນັ້ນ, ທ່ານ Mike Ryan ຜູ້ນຳໜ້າໂຄງການສາທາລະນະສຸກດ່ວນຂອງ WHO ໃຫ້ຮູ້ວ່າ ກ່ອນອື່ນໝົດ ບົດລາຍງານຈະໄດ້ສົ່ງໄປຍັງບັນດາປະເທດສະມາຊິກເພື່ອປຶກສາຫາລື ກ່ອນທີ່ຈະປະກາດຢ່າງກ້ວາງຂວາງ.