ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ (ພາບ: VGP) |
ທີ່ກອງປະຊຸມ, ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ຕີລາຄາເລື່ອງກວດພົບຜູ້ຕິດເຊື້ອໂຄວິດ-19ຄືນໃໝ່ໃນວົງຄະນະຍາດຢູ່ ຫວຽດນາມ ແມ່ນເລື່ອງປົກກະຕິ. ພາຍຫຼັງຄົ້ນພົບຜູ້ຕິດເຊື້ອທຳອິດ, ລະບົບປ້ອງກັນ, ສະກັດກັ້ນເຊື້ອພະຍາດຂອງ ຫວຽດນາມ ໄດ້ມີການກະທຳຮັບມືຢ່າງໄວວາ, ຈັດການແຍກຫ່າງ, ກວດກາ. ຜູ້ຕາງໜ້າ WHO, ບັນດາອົງການ, ນັກຊ່ຽວຊານສາກົນກໍ່ຕີລາຄາສູງເລື່ອງສະໜອງຂໍ້ມູນຂ່າວສານເປີດເຜີຍ, ໂປ່ງໃສ, ທັນການຂອງ ຫວຽດນາມ. ບັນດາອົງການສາກົນ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການປ່ຽນແປງຂອງໄວຣັດ SARS-CoV-2; ການນຳໃຊ້ບັນດາຊຸດ Kit ທົດລອງ; ຂັ້ນຕອນການປິ່ນປົວຜູ້ຕິດເຊື້ອໂຄວິດ-19. ສຳລັບການຄາດຄະເນຂອງ ຫວຽດນາມ ແລ້ວແມ່ນຈະມີຜູ້ຕິດເຊື້ອໂຄວິດ-19ນັບຮ້ອຍໆຄົນເມື່ອນຳສົ່ງພົນລະເມືອງກັບມາປະເທດຈາກຕ່າງປະເທດ, WHO, ບັນດາອົງການສາກົນຖືວ່າ ເລື່ອງນີ້ອາດຈະເຮັດໃຫ້ກໍລະນີຜູ້ຕິດເຊື້ອຢູ່ ຫວຽດນາມ ເພີ່ມຂຶ້ນ, ແຕ່ບໍ່ຍ້ອນແນວນັ້ນຈະເຮັດໃຫ້ປ່ຽນແປງໝາກຜົນ ແລະ ຜົນສຳເລັດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19ຂອງ ຫວຽດນາມ.