ຊື່ນີ້ ໄດ້ເລືອກເອົາຍ້ອນວ່າ ໄວຣັດສາຍພັນໃໝ່ນີ້ມີຄວາມຄ້າຍຄືກັນກ່ຽວກັບ Gen ກັບ ໄວຣັດ Corona ທີ່ກໍ່ໃຫ້ເກີດພະຍາດອັກເສບປອດ SARS ໃນປີ 2003. ເຖິງວ່າກ່ຽວຂ້ອງກັນ ແຕ່ສອງໄວຣັດດັ່ງກ່າວແມ່ນແຕກຕ່າງກັນ. ຕາມອົງການອະນາໄມໂລກແລ້ວ, ໄວຣັດເຄີຍໄດ້ຕັ້ງຊື່ອີງຕາມ Gen ຂອງ ມັນ ເພື່ອສ້າງເງື່ອນໄຂສະດວກໃນການພັດທະນາການໄຈ້ແຍກ, ບົ່ງມະຕິພະຍາດ, ວັກຊິນ ຫຼື ຢາ. ພະຍາດໄດ້ຕັ້ງຊື່ເພື່ອອະນຸຍາດໃຫ້ປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ການແຜ່ລະບາດ, ລະດັບຄວາມຮຸນແຮງ ແລະ ວິທີການປິ່ນປົວ. ດັ່ງນັ້ນ, ຊື່ທາງການຂອງ ໄວຣັດ ແມ່ນ SARS – CoV – 2 ແລະ ຊື່ໂລກລະບາດ ແມ່ນ COVID – 19.