ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (ພາບ: TTXVN) |
ວັນທີ 8 ມີຖຸນາ, ອົງການອະນາໄມໂລກໄດ້ກ່າວເຕືອນບັນດາປະເທດບໍ່ໃຫ້ຂາດສະຕິລະວັງຕົວໃນຂະນະທີ່ໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນໃນທົ່ວໂລກ, ດ້ວຍຈຸດສຸມເກີດໂລກລະບາດແມ່ນ ອາບຟຼິກກາໃຕ້. ທີ່ການຖະແຫຼງຂ່າວກ່ຽວກັບໂລກລະບາດ Covid – 19 ຢູ່ສຳນັກງານຂອງອົງການນີ້ ຢູ່ເຊີແນວ, ສະວິດ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ເນັ້ນໜັກວ່າ:
ເຖິງວ່າສະພາບການຢູ່ເອີລົບດີຂຶ້ນແລ້ວກໍ່ຕາມ ແຕ່ໃນທົ່ວໂລກ, ໂລກລະບາດຍັງມີການຜັນແປຢ່າງຮ້າຍແຮງກ່ວາເກົ່າ. ໃນໄລຍະເວລາ 9 ໃນ 10 ມື້ມໍ່ໆມານີ້, ພວກຂ້າພະເຈົ້າໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອ Covid – 19 ລາຍໃໝ່ຕື່ມອີກ ກ່ວາ 100.000 ຄົນ. ໃນວັນທີ 7 ມິຖຸນາ, ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກຂຶ້ນເຖິງ 136.000 ຄົນ ໂດຍເປັນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ 75% ຈຳນວນຜູ້ຕິດເຊື້ອດັ່ງກ່າວມາຈາກ 10 ປະເທດຢູ່ທະວີບອາເມລິກາ ແລະ ອາຊີໃຕ້.
ໜຶ່ງໃນບັນດາຄວາມວິຕົກກັງວົນຕ່າງໆຂອງ WHO ແມ່ນເລື່ອງໂລກລະບາດ Covid – 19 ອາດຈະແຜ່ລະບາດຢ່າງແຮງຢູ່ອາເມລິກາ ແລະ ທະວີບເອີລົບຄືນໃໝ່ ຍ້ອນບັນດາການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ການໃຊ້ຄວາມຮຸນແຮງຂອງຕຳຫຼວດ ທີ່ດຶງດູດຜູ້ເຂົ້າຮ່ວມນັບສິບພັນຄົນໃນໄລຍະທີ່ຜ່ານມາ.