WB ຄາດ​ຄະ​ເນ​ວ່າເສດ​ຖະ​ກິດ​ໂລກ​ຈະຫຼຸດ​ລົງ 5,2%

Chia sẻ
(VOVWORLD) - ວັນທີ 8 ມິຖຸນາ, ທະນາຄານໂລກ (WB) ໄດ້ປະກາດບົດລາຍງານ “ແງ່ຫວັງເສດຖະກິດທົ່ວໂລກ ໃນເດືອນມິຖຸນາ 2020”. 

ຕາມບົດລາຍງານແລ້ວ, ພື້ນຖານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງຮ້າຍແຮງຢູ່ລະດັບ 5,2% ໃນປີນີ້ຍ້ອນຜົນກະທົບຢ່າງໄວວາ ແລະ ໜັກໜ່ວງຈາກໂລກລະບາດ Covid – 19 ພ້ອມກັບບັນດາມາດຕະການປິດປະຕູພື້ນຖານເສດຖະກິດເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງໂລກລະບາດ. WB ກໍ່ຄາດຄະເນວ່າ ການເຄື່ອນໄຫວເສດຖະກິດຂອງບັນດາພື້ນຖານເສດຖະກິດພັດທະນາຈະຫຼຸດລົງ 7% ຍ້ອນການສະໜອງ - ຄວາມຕ້ອງການ, ການຄ້າ ແລະ ການເງິນພາຍໃນປະເທດ ຖືກຂາດວັກຂາດຕອນຢ່າງຮ້າຍແຮງ. ບັນດາພື້ນຖານເສດຖະກິດພວມພັດທະນາ ແລະ ຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ (EMDE) ຄາດວ່າຈະຫຼຸດລົງ 2,5%, ເຊິ່ງເປັນການຫຼຸດລົງຄັ້ງທຳອິດໃນຮອບເວລາຢ່າງໜ້ອຍສຸດ 60 ປີທີ່ຜ່ານມາ. ລາຍຮັບສະເລ່ຍຕໍ່ຫົວຄົນຄາດວ່າຈະຫຼຸດລົງ 3,6% ແລະ ສິ່ງນີ້ຈະເຮັດໃຫ້ປະຊາຊົນຫຼາຍລ້ານຄົນຕົກເຂົ້າສູ່ສະພາບອຶດຫິວທຸກຍາກກ່ວາໝູ່ໃນປີນີ້.

ຕອບກັບ