WB ຄ​າດ​ຄະ​ເນ ປີ 2022 ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ ຫວຽດ​ນາມ ບັນ​ລຸ 5,5%

Chia sẻ
(VOVWORLD) -   ຕອນບ່າຍວັນທີ 13 ມັງກອນ ຢູ່ຮ່າໂນ້ຍ, ທະນາຄານໂລກ ໄດ້ຈັດການຖະແຫຼງຂ່າວແບບທາງໄກ, ປະກາດບົດລາຍງານ “ເບິ່ງຄືນສະພາບການເສດຖະກິດ ຫວຽດນາມ ສະບັບອອກເດືອນມັງກອນ 2022”. ຕາມນັ້ນແລ້ວ, ເສດຖະກິດ ຫວຽດນາມ ຈະເພີ່ມຄວາມໄວການເຕີບໂຕ ໃນປີ 2022 ດ້ວຍລະດັບການເຕີບໂຕ GDP ບັນລຸ 5,5%.
WB ຄ​າດ​ຄະ​ເນ ປີ 2022 ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ ຫວຽດ​ນາມ ບັນ​ລຸ 5,5% - ảnh 1  ທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ  (ພາບ: BNEWS)

ບົດລາຍງານດ້ວຍຫົວຂໍ້: “ບໍ່ມີເວລາອີກແລ້ວ: ສິ່ງທ້າທາຍ ແລະ ກາລະໂອກາດຕໍ່ການພັດທະນາການຄ້າສີຂຽວຢູ່ ຫວຽດນາມ”. ຕາມນັ້ນແລ້ວ, ບົດລາຍງານໄດ້ໃຫ້ຄຳສະເໜີແນະວ່າ  ຫວຽດນາມ ຄວນໃຫ້ບຸລິມະສິດແກ່ການຫັນຂະແໜງການຄ້າເປັນສີຂຽວ”.

        ທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ການຄ້າ ຈະເປັນພາກສ່ວນຕົ້ນຕໍຂອງໂຄງການເຄື່ອນໄຫວເພື່ອດິນຟ້າອາກາດຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ການຊຸກຍູ້ການເຕີບໂຕຂຽວ ບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ປະຕິບັດຄຳໝັ້ນສັນຍາບັນລຸໄດ້ລະດັບການປ່ອຍອາຍພິດລົງມາເປັນ 0 ໃນປີ 2050 ເທົ່ານັ້ນ ຫາກຍັງຮັກສາໄດ້ທ່າແຮງແກ້ງແຍ້ງຢູ່ຕະຫຼາດສາກົນ ແລະ ຮັບປະກັນໃຫ້ຂະແໜງການຄ້າສືບຕໍ່ແມ່ນແຫຼ່ງສ້າງລາຍຮັບ ແລະ ວຽກເຮັດງານທຳທີ່ສຳຄັນ.

ຕອບກັບ