VietChallenge ຈັດ​ຕັ້ງ​ເຫດ​ການ​ຢູ່ Nasdaq, ເພື່ອ​ແນ​ໃສ່​ເຊີດ​ຊູ​ຈິດ​ໃຈ Startup ຫວຽດ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 10 ພະຈິກ (ຕາມເວລາ ອາເມລິກາ), ອົງການບໍ່ຫວັງຜົນກຳໄລ VietChallenge ໄດ້ຈັດເຫດການຢູ່ ຕະຫຼາດຫຼັກຊັບ Nasdaq, New York (ອາເມລິກາ), ເພື່ອແນໃສ່ເຊີດຊູຈິດໃຈ Startup ຫວຽດໃນທົ່ວໂລກ.

VietChallenge ຈັດ​ຕັ້ງ​ເຫດ​ການ​ຢູ່ Nasdaq,  ເພື່ອ​ແນ​ໃສ່​ເຊີດ​ຊູ​ຈິດ​ໃຈ Startup ຫວຽດ - ảnh 1 ອົງການບໍ່ຫວັງຜົນກຳໄລ VietChallenge ຈັດເຫດການຢູ່ ຕະຫຼາດຫຼັກຊັບ Nasdaq, New York (ອາເມລິກາ)
(ພາບ: TTXVN)

ເຂົ້າຮ່ວມເຫດການ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດານັກທຸລະກິດ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລົງທຶນ, ດຳເນີນທຸລະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ. ເຫດການ ຂອງ VietChallenge ປີ 2023 ຍັງຈັດຕັ້ງການປຶກສາຫລື ດ້ວຍການເຂົ້າຮ່ວມຂອງບັນດາຜູ້ປະດິດສ້າງຂອງບັນດາບໍລິສັດ Startup ດີເດັ່ນຄື Wombi Rose (LovePop), Jean Pham (Cellens) và Adam Nguyen (IvyLink)…ບັນດານັກປະຖະກະຖາ ໄດ້ແບ່ງປັນກ່ຽວກັບວິວັດການ Startup ດ້ວຍເລື່ອງລາວຕ່າງໆທີ່ສ້າງແຫຼ່ງບັນດານໃຈ ແລະ ບົດຮຽນອັນລ້ຳຄ່າຂອງບັນດານັກທຸລະກິດໜຸ່ມ.

ຜ່ານເຫດການນີ້, VietChallenge ບໍ່ພຽງແຕ່ຢາກເຊີດຊູບັນດາຜູ້ມີຄວາມເກັ່ງກ້າສາມາດ Startup ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເຕົ້າໂຮມ ແລະ ແລກປ່ຽນຄວາມຮູ້, ບົດຮຽນປະສົບການຂອງນັກທຸລະກິດລຸ້ນຕ່າງໆ, ສ້າງກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງປະຊາຄົມ Startup ຂອງ ຫວຽດນາມ ໃນທົ່ວໂລກອີກດ້ວຍ.

ຕອບກັບ