UNDP - ຄູ່​ຮ່ວມມື​ສຳ​ຄັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

Chia sẻ
(VOVWORLD) - ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບເຊື້ອເຊີນເປັນນັກປະຖະກະຖາຢູ່ກອງປະຊຸມ ເພື່ອແບ່ງປັນບົດຮຽນປະສົບຜົນສຳເລັດຂອງ ຫວຽດນາມ.
UNDP - ຄູ່​ຮ່ວມມື​ສຳ​ຄັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 1ການໂອ້ລົມສົນທະນາກັບບັນດາປະເທດສະມາຊິກ ສປຊເພື່ອແລກປ່ຽນກ່ຽວກັບບັນດາບົດຮຽນປະສົບການກ່ຽວກັບການພັດທະນາຜ່ານຜ່າວິກິດການ (ພາບ: TTXVN)

ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ ນິວຢອກ (ອາເມລິກາ), ສະພາບໍລິຫານງານອົງການສປຊ ເພື່ອການພັດທະນາ (UNDP) ໄດ້ຈັດ ການໂອ້ລົມສົນທະນາກັບບັນດາປະເທດສະມາຊິກ ສປຊ ເພື່ອແລກປ່ຽນກ່ຽວກັບບັນດາບົດຮຽນປະສົບການກ່ຽວກັບການພັດທະນາຜ່ານຜ່າວິກິດການ, ຫັນຄວາມຄາດຫວັງຂອງປະເທດຊາດໃຫ້ປະກົດຜົນສຳເລັດເປັນຈິງ

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮັບເຊື້ອເຊີນເປັນນັກປະຖະກະຖາຢູ່ກອງປະຊຸມ ເພື່ອແບ່ງປັນບົດຮຽນປະສົບຜົນສຳເລັດຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ພະຍາດໂຄວິດ - 19 ໄດ້ເຮັດໃຫ້ ຂະບວນວິວັດແຫ່ງການພັດທະນາເສດຖະກິດຊັກຊ້າລົງ, ເຮັດໃຫ້ສິ່ງທ້າທາຍ, ຄວາມຫຍຸ້ງຍາກຕ່າງໆໜັກໜ່ວງກ່ວາອີກ, ເຮັດໃຫ້ໜ້າທີ່ຟື້ນຟູ ແລະ ຮັກສາສະຖຽນລະພາບໃນການພັດທະນາເສດຖະກິດນັບມື້ນັບໜັກໜ່ວງກ່ວາ. ໃນສະພາບການນັ້ນ, ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອຮັບປະກັນສຸຂະພາບຂອງປະຊາຊົນ, ຄວບຄຸມພະຍາດໂຄວິດ - 19ຢ່າງມີປະສິດທິຜົນ, ບໍ່ເອົາສຸຂະພາບຂອງປະຊາຊົນເພື່ອແລກການເຕີບໂຕດ້ານເສດຖະກິດ. ຫວຽດນາມ ໄດ້ຜັນຂະຫຍາຍສຳເລັດບັ້ນສັກວັກຊິນໃຫຍ່ທີ່ສຸດໃນປະຫວັດສາດ, ຮັບປະກັນວ່າປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຮັບການສັກວັກຊິນຢ່າງຄົບຖວ້ນໃນເດືອນມີນາປີ 2022. ເພາະສະນັ້ນ, ຫວຽດນາມມີການຟື້ນຟູຢ່າງມີປະສິດທິຜົນພາຍຫຼັງໂຄວິດ - 19, ການເຕີບໂຕດ້ານເສດຖະກິດບັນລຸ 8,02%ໃນປີ 2022, ສູງທີສຸດໃນໄລຍະເວລາ 10ປີມານີ້, ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ ແລະ ການຄຸ້ມຄອງໜີ້ສິນບັນລຸປະສິດທິຜົນ.

ຕອບກັບ