ພາບປະກອບ: THX/ TTXVN |
ຕາມນັ້ນແລ້ວ, ປີ 2021, ການຄ້າທົ່ວໂລກບັນລຸລະດັບສູງສະຖິຕິ 28.500 ຕື້ USD, ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ກັບປີ 2020 ແລະ ເພີ່ມຂຶ້ນປະມານ 13%ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດໂຄວິດ - 19. ການເຕີບໂຕທາງການຄ້າທົ່ວໂລກ ໄດ້ຮັກສາໃນ 6 ເດືອນຕົ້ນປີ 2021, ສືບຕໍ່ມີການເຕີບໂຕໃນ 6 ເດືອນທ້າຍປີ 2021.
ທ່າອ່ຽງຕັ້ງໜ້າຕໍ່ການຄ້າສາກົນໃນປີ 2021 ເປັນຕົ້ນແມ່ນຍ້ອນລາຄາສິນຄ້າເພີ່ມຂຶ້ນ, ໃນຂະນະທີ່ບັນດາມາດຕະການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຜ່ອນຜັນ ແລະ ຄວາມຕ້ອງການມີການຟື້ນຟູຢ່າງແຮງຍ້ອນບັນດາບ້ວງກະຕຸກຊຸກຍູ້ການຄ້າ. ເຖິງຢ່າງໃດກໍ່ຕາມ, ທ່າອ່ຽງນີ້ ອາດຈະຫຼຸດລົງ ດັ່ງນັ້ນ ການຄ້າທົ່ວໂລກຄາດວ່າຈະຊ້າລົງ ແລະ ກັບຄືນສູ່ສະພາບທີ່ເປັນປົກກະຕິໃນປີ 2022.