ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລະດູບານໃໝ່ຂອງ IMF ແລະ WB (ພາບ: AFP/TTXVN) |
ວັນທີ 14 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຂອບເຂດກອງປະຊຸມລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMFC) ແລະ ທະນາຄານໂລກ (WB) ພວມດຳເນີນຢູ່ ວໍຊີງຕັນ ປະເທດ ອາເມລິກາ, ທ່ານປະທານ IMFC Lesetja Kganyago ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ພື້ນຖານເສດຖະກິດທົ່ວໂລກ, ໃນນັ້ນ ມີບັນດາຄວາມເຄັ່ງຕຶງດ້ານການຄ້າ, ຄວາມສ່ຽງດ້ານພູມສາດການເມືອງ ແລະ ຂາດສະຖຽນລະພາບດ້ານການເມືອງ. ທ່ານປະທານ IMFC Lesetja Kganyago ທັງເປັນຜູ້ວ່າການທະນາຄານສູນກາງ ອາຟຣິກາໃຕ້, ໃຫ້ຮູ້ວ່າ: IMFC ໄດ້ເຫັນດີເປັນເອກະພາບວ່າ ຄວນມີການກະທຳໃນທັນທີ ເພື່ອຮັກສາທ່າເຕີບໂຕຂອງເສດຖະກິດທົ່ວໂລກ.