EVFTA ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ອີຢ

Chia sẻ
(VOVWORLD) -ສັນຍາການຄ້າເສລີອີຢູ - ຫວຽດນາມ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ຈະປັບປຸງການແຊກແຊງຂອງອີຢູ ເຂົ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້ກວ່າອີກ
EVFTA ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ອີຢ - ảnh 1 (ພາບປະກອບ: TTXVN)

ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ແລະ ອີຢູ, ມຸ່ງໄປເຖິງຄາດໝາຍກ່ຽວກັບການພົວພັນດ້ານການຄ້າ ແລະ ການລົງທຶນທີ່ໃກ້ຊິດກວ່າລະຫວ່າງ 2 ພາກພື້ນ. ຕາມສຳນັກຂ່າວສານອັງກິດ Reuters ແລ້ວ, ອີຢູ ໄດ້ຊົມເຊີຍບັນດາບາດກ້າວຕັ້ງໜ້າຫວ່າງມໍ່ໆມານີ້ຂອງສະພາແຫ່ງຊາດຫວຽດນາມ ໃນບັນດາບັນຫາກ່ຽວກັບແຮງງານ.

        ໜັງສືພິມ New York Times ຂອງອາເມລິກາ ກໍ່ໃຫ້້ຂໍ້ສັງເກດວ່າ ດ້ວຍເລື່ອງລົງນາມໃນ EVFTA ແລະ IPA ກັບຫວຽດນາມ, ອີຢູ ໄດ້ຢືນຢັນຄຳໝັ້ນສັນຍາຂອງກຸ່ມນີ້ສຳລັບການເປີດປະຕູຕະຫຼາດ ແລະ ການຄ້າເສລີ ເມື່ອຕ້ອງປະເຊີນໜ້າກັບລັດທິອາລັກຂາ ແລະ ຄວາມເຄັ່ງຕຶງດ້ານການຄ້າໃນທົ່ວໂລກ.

        ຢູ່ນອກກອງປະຊຸມສຸດຍອດ G20, ຢູ່ຍີ່ປຸ່ນ, ທ່ານ Jean Claude Juncker, ປະທານຄະນະກຳມະການເອີລົບ, ໃຫ້ເວົ້າວ່າ: “ປະຈຸບັນ, ເອີລົບ ໄດ້ຮັບຜົນປະໂຫຍດດ້ານການຄ້າເປີດກັບ 72 ປະເທດ ແລະ ຕ້ອງມີ G20 ເພື່ອປັບປຸງການຮ່ວມມືດ້ານເສດຖະກິດລະຫວ່າງອີຢູ ແລະ ບັນດາປະເທດ”.

ຕອບກັບ