EU - ສິງກະໂປ ສຳເລັດການເຈລະຈາ FTA

Chia sẻ
EU ​ແລະ ສິງກະ​ໂປ ​ໄດ້​ປັບ​ປຸ່ງ​ສຳເລັດ​ບັນດາ​ຂໍ້​ມາດຕາ​ຂອງ​ສັນຍາ​ການ​ຄ້າ​ເສລີ (FTA) ສອງ​ຝ່າຍ.
EU - ສິງກະໂປ ສຳເລັດການເຈລະຈາ FTA - ảnh 1
ຂະ​ຫຼວງ​ໃຫຍ່​ດ້ານການ​ຄ້າ EU ທ່ານ Karel De Gucht
ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ສິງກະໂປ
(ພາບ: MTI)


(vovworld) -     ຕາມ​ການ​ປະກາດ​ຂອງຂະ​ຫຼວງ​ໃຫຍ່​ດ້ານການ​ຄ້າ​ສະຫະພາບ​ເອີ​ລົບ (EU) ທ່ານ Karel De Gucht ​ແລ້ວ, EU ​ແລະ ສິງກະ​ໂປ ​ໄດ້​ປັບ​ປຸ່ງ​ສຳເລັດ​ບັນດາ​ຂໍ້​ມາດຕາ​ຂອງ​ສັນຍາ​ການ​ຄ້າ​ເສລີ (FTA) ສອງ​ຝ່າຍ. ພາຍຫຼັງ FTA ມີ​ຜົນ​ສັກສິດ, ສິງກະ​ໂປ ຈະ​ໄດ້​ຍົກ​ເລີກ​ພາສີ​​ໃຫ້​ບັນດາ​ສິນຄ້າ​ທີ່​ນຳ​ເຂົ້າ​ຈາກ EU ​ໃນ​ທັນທີ. ກົງກັນ​ຂ້າມ, ພາສີ​ສິນຄ້າ​ຂອງ​ສິງກະ​ໂປ ​ທີ່​ສົ່ງ​ໄປ​ຍັງ EU ກໍ່ຈະ​ຖືກ​ຍົກ​ເລີກ​ໃນ​ຮອບ​ເວລາ 5 ປີ. ປະຈຸ​ບັນ, EU ພວມ​ເຈລະຈາ FTA ກັບ​ຫວຽດນາມ ​ແລະ ມາ​ເລ​ເຊຍ. ກ່ອນ​ໜ້າ​ນັ້ນ, EU ກໍ​ໄດ້​ເລີ່​ມ​ຈັດ​ການ​ປຶກສາ​ຫາ​ລື​ຕ່າງໆເພື່ອ​ເຈລະຈາ FTA ກັບ​ກຸ່ມ​ອາ​ຊຽນ. ​ແຕ່​ວ່າ, ຍ້ອນລະ​ກັບ​ການ​ພັດທະນາກໍ​ຄື​ຄວາມ​ສາມາດ​ຂອງ​ແຕ່​ລະສະ​ມາ​ຊິກ​ໃນ​ກຸ່ມ​ອາ​ຊຽນ ບໍ່​ສະ​ເໝີ​ກັນ ​ສະ​ນັ້ນ​ບໍ່​ສາມາດ​ສ້າງ​ບັນດາມາດຖານ​ລວມ​ໃຫ້​ທັງ​ກຸ່ມ ​ເພື່ອ​ລົງ​ນາມ​ໃນ​ສັນຍາ FTA ກັບ EU.