EU ຈັດ​ວາງ​​ມາດ​ຕະ​ການ​ລົງ​ໂທດ​ທີ 8 ໃສ່​ລັດ​ເຊຍ

Chia sẻ
(VOVWORLD) -ວັນທີ 6 ຕຸລາ, ສະຫະພາບເອີລົບ (EU) ໄດ້ຈັດວາງ ມາດຕະການລົງໂທດຫຼ້າສຸດໃສ່ລັດເຊຍ, ເປີດກວ້າງບັນດາຄຳສັ່ງລົງໂທດໃສ່ການຄ້າ ແລະ ສ່ວນບຸກຄົນຂອງປະເທດນີ້. 
EU ຈັດ​ວາງ​​ມາດ​ຕະ​ການ​ລົງ​ໂທດ​ທີ 8 ໃສ່​ລັດ​ເຊຍ - ảnh 1ພາບປະກອບ: Sputnik

ນີ້ແມ່ນມາດຕະການລົງໂທດທີ 8 ເຊິ່ງ EU ຈັດວາງໃສ່ລັດເຊຍ, ພາຍຫຼັງ ມົດສະກູຜັນຂະຫຍາຍບັ້ນທະຫານພິເສດ ຢູ່ຢູແກຼນເມື່ອເດືອນກຸມພາທີ່ຜ່ານມາ. ບັນດາມາດຕະການລົງໂທດນີ້ລວມມີການຫ້າມນຳເຂົ້າຜະລິດຕະພັນເຫຼັກກ້າ, ໄມ້, ເຈ້ຍ ແລະ ສິນຄ້າຊະນິດຕ່າງໆຈາກລັດເຊຍ ກໍ່ຄືຫ້າມສະໜອງບັນດາການບໍລິການຄືເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກນິກ ແລະ ນິຕິກຳໃຫ້ແກ່ບັນດາບໍລິສັດ ລັດເຊຍ. ນອກຈາກນັ້ນ, EU ກໍ່ຈະຈັດວາງ ລາຄາເພດານສຳລັບນ້ຳມັນ ຂອງ ລັດເຊຍ ແລະ ນຳເອົາສ່ວນບຸກຄົນລັດເຊຍຈຳນວນ 1 ເຂົ້າບັນຊີລາຍຊື່ລົງໂທດ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ EU ໃຫ້ຮູວ່າ ຕ້ອງປຶກສາຫາລືລາຍລະອຽດ ໃນຂອບເຂດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ EU ກ່ອນການຈັດວາງລາຄານ້ຳມັນເພດານ ຕໍ່ການຂົນສົ່ງດ້ວຍທາງທະເລ ຂອງລັດເຊຍ ໄປຍັງປະເທດທີ 3 ມີຜົນສັກສິດ. ປັດຈຸບັນ ມີຫຼາຍຂໍ້ມູນຍັງບໍ່ທັນໄດ້ຮັບການເຫັນດີເປັນເອກະພາບ, ໃນນັ້ນມີກົນໄກກຳນົດລາຄາຕົວຈິງ. ສິ່ງນີ້ໝາຍຄວາມວ່າ ການຕັດສິນຂອງ EU ຫາກໍ່ແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງການຈັດວາງລາຄານ້ຳມັນເພດານ ເທົ່ານັ້ນ, ຫາກຍັງ ບໍ່ແມ່ນວ່າໄດ້ຈັດວາງໃນຕົວຈິງ.

ຕອບກັບ