AU ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຄວາມ​ສະ​ຫງົບ ຢູ່ ໂຊ​ມາ​ລີ​

Chia sẻ
(VOVWORLD) -ສະຫະພາບ ອາຟຼິກກາ (AU) ໄດ້ກ່າວປະນາມ ເຫດບຸກໂຈມຕີ ກໍ່ການຮ້າຍໃນມໍ່ໆມານີ້ ຢູ່ນະຄອນຫຼວງ Mogadishu ຂອງ ໂຊມາລີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 79 ຄົນ ແລະ ຖືກຮັບບາດເຈັບ 149 ຄົນ.
AU ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຄວາມ​ສະ​ຫງົບ ຢູ່ ໂຊ​ມາ​ລີ​ - ảnh 1

ຂົນສົ່ງຜູ້ປະສົບເຄາະຮ້າຍຈາກເຫດວາງລະເບີດ ຢູ່ ນະຄອນຫຼວງ Mogadishu ຂອງ ໂຊມາລີ ໃນວັນທີ 18 ທັນວາ 2019 (ພາບ: THX/TTXVN)

AU ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີຄວາມມານະພະຍາຍາມສ້າງຄວາມສະຫງົບຢູ່ປະເທດເຂດພາກຕາເວັນອອກຂອງອາຟຼິກການີ້ ໂດຍບໍ່ຫົວຊາຕໍ່ບັນດາເຫດບຸກໂຈມຕີຂອງ ກໍ່ການຮ້າຍທີ່ພວມເພີ່ມຂຶ້ນ.

        ໃນຖະແຫຼງການລົງໃນວັນທີ 29 ທັນວາ, ທ່ານ Moussa Faki Mahamat ປະທານຄະນະກຳມະການ AU ຢັ້ງຢືນການສະໜັບສະໜູນຂອງ AU ສຳລັບ ລັດຖະບານ ໂຊມາລີ, ພ້ອມທັງເນັ້ນໜັກເຖິງຄະນະປະຕິບັດງານຂອງ AU ຢູ່ໂຊມາລີໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ໃຫ້ສຳເລັດຜົນ.

ຕອບກັບ