AU ຮຽກ​ຮ້ອງ​ໃຫ້ ເຊື່ອມ​ໂຍງ ​ພາກ​ພື້ນ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ ​ອາ​ຟ​ຼິກ​ກາ

Chia sẻ

(VOVWORLD) -ທ່ານປະທານຄະນະກຳມະການ AU Moussa Faki Mahamat ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ໄວການປະຕິບັດບັນດາໂຄງການຂອງ ໂຄງການດຳເນີນງານ 2063 ໃນບັນດາຂົງເຂດກະສິກຳ, ພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ.



AU ຮຽກ​ຮ້ອງ​ໃຫ້ ເຊື່ອມ​ໂຍງ ​ພາກ​ພື້ນ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ ​ອາ​ຟ​ຼິກ​ກາ - ảnh 1ທ່ານປະທານຄະນະກຳມະການ AU Moussa Faki Mahamat (ພາບ: Flickr)

        ວັນທີ 15 ກໍລະກົດ, ສະຫະພາບ ອາບຟຼິກກາ (AU) ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການແກ້ໄຂບັນດາສິ່ງທ້າທາຍ ຂອງການເຊື່ອມໂຍງ ອາບຟຼິກກາ ເພື່ອຍູ້ໄວການຟື້ນຟູເສດຖະກິດໃນທະວີບນີ້ ໃນສະພາບການໂລກລະບາດໂຄວິດ - 19 ພວມຍູ້ທົ່ວທະວີບຕົກເຂົ້າສູ່ບັ້ນຊຸດໂຊມທຳອິດໃນຮອບເວລາ 25 ປີ.

        ຖະແຫຼງການສະບັບໜຶ່ງຂອງ AU ໃຫ້ຮູ້ວ່າ ໃນໄລຍະ 20 ປີຜ່ານມາ, ອາບຟຼິກກາ ໄດ້ຢັ້ງຢືນ ຄວາມໄວໃນການເຕີບໂຕສະເລ່ຍຢູ່ລະດັບ 4,6% ໂດຍບໍ່ຫົວຊາຕໍ່ສະພາບແວດລ້ອມເສດຖະກິດ ແລະ ການເງິນສາກົນທີ່ບໍ່ອຳນວຍ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ໂລກລະບາດໂຄວິດ - 19 ໄດ້ຍູ້ທະວີບນີ້ຕົກເຂົ້າສູ່ສະພາບການຊຸດໂຊມ, ເຮັດໃຫ້ບັນດາພື້ນຖານເສດຖະກິດ ອາບຟຼິກກາກາຍເປັນມີຄວາມສ່ຽງຢ່າງງາຍດາຍ.

        ທ່ານປະທານຄະນະກຳມະການ AU Moussa Faki Mahamat ເນັ້ນໜັກເຖິງຄວາມຈຳເປັນຕ້ອງຍູ້ໄວການປະຕິບັດບັນດາໂຄງການຂອງ ໂຄງການດຳເນີນງານ 2063 ໃນບັນດາຂົງເຂດກະສິກຳ, ພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ.

ຕອບກັບ