ADB ໜູນຊ່ວຍການ ພັດທະນາພື້ນຖານ ໂຄງລ່າງການທ່ອງທ່ຽວ ຢູ່ກຳປູເຈຍ, ຫວຽດນາມ, ລາວ

Chia sẻ
(vovworld) - ທະນາຄານ​ພັດທະນາ​ອາຊີ (ADB) ຕົກລົງ​ໜູນ​ຊ່ວຍ 100 ລ້ານ USD ​ໃຫ້​ແກ່​ບັນດາ​ໂຄງການ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການທ່ອງທ່ຽວ​ຂອງ 3 ປະ​ເທດ​ຂຶ້ນ​ກັບ GMS
ADB ໜູນຊ່ວຍການ ພັດທະນາພື້ນຖານ ໂຄງລ່າງການທ່ອງທ່ຽວ ຢູ່ກຳປູເຈຍ, ຫວຽດນາມ, ລາວ - ảnh 1
(ພາບປະກອບ)

(vovworld) - ​ ທີ່​ກອງ​ປະຊຸມ​ປະຈຳ​ປີ​ກ່ຽວ​ກັບ​ການພັດທະນາ​ດ້ານການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ເຂດ​ອາ​ນຸພາກ​ພື້ນ​ແມ່​ນ້ຳຂອງ ​ເປີດ​ກວ້າງ (GMS), ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 06/12, ຢູ່​ເຂດ​ທ່ອງ​ທ່ຽວ Bokor, ​ແຂວງ Kampot (ຫ່າງ​ຈາກ​ນະ​ຄອນຫຼວງ ພະນົມ​ເປັນ ໄປ​ທາງ​ທິດຕາ​ເວັນ​ອ​ອກສຽງ​ໃຕ້ 150 ກມ​), ທະນາຄານ​ພັດທະນາ​ອາຊີ (ADB) ຕົກລົງ​ໜູນ​ຊ່ວຍ 100 ລ້ານ USD ​ໃຫ້​ແກ່​ບັນດາ​ໂຄງການ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການທ່ອງທ່ຽວ​ຂອງ 3 ປະ​ເທດ​ຂຶ້ນ​ກັບ GMS ​ແມ່ນ​ກຳປູ​ເຈຍ, ຫວຽດນາມ ​ແລະ ລາວ.

        ບ້ວງ​ເງິນ​ໜູນ​ຊ່ວຍ​ດັ່ງກ່າວຖືກນຳ​ໃຊ້​ໃນ​ບັນດາ​ໂຄງ​ການ​ຊຸກຍູ້​ການທ່ອງ​ທ່ຽວ, ກໍ່ສ້າງ​ທ່າ​ກໍ່າ​ປັ່ນ, ສ້າງ​ຕັ້ງ​ລະບົບ​ທຳ​ຄວາມ​ສະອາດ​ນ້ຳ​ເສດ​​ເຫຼືອ​ຢູ່​ບັນດາ​ເຂດ​ທ່ອງ​ທ່ຽວ ​ແລະ ໜູນ​ຊ່ວຍ​ໂຄງການ​ທ່​​ອງ​ທ່ຽວ​ຂຽວ​ບົນ​ທະ​ເລ, ສ້າງ​ຮູບ​ແບບ​ທ່ອງ​ທ່ຽວ​ຂຽວ, ສະ​ອາດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ຄຽງ​ຂ້າງ​ນັ້ນ, ADB ກໍ່​ໜູນ​ຊ່ວຍ​ກຳປູ​ເຈຍ, ລາວ, ຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ສື​ສານ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ໃນ GMS. ປະຈຸ​ບັນ, ​ແຕ່ລະ​ປີ GMS ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ປະມານ 40 ລ້ານ​ເທື່ອ​ຄົ​ນ.