ADB: ເສດ​ຖະ​ກິດ ຫວຽດ​ນາມ ພວມ​ຟື້ນ​ຟູ

Chia sẻ
(VOVWORLD) - ໂດຍບໍ່ຫົວຊາຕໍ່ສະພາບການພາຍນອກຂາດສະຖຽນລະພາບທີ່ແກ່ຍາວ , ຫວັງວ່າເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6,0% ໃນປີ 2024 ແລະ 6,2%ໃນປີ 2025.
ADB: ເສດ​ຖະ​ກິດ ຫວຽດ​ນາມ ພວມ​ຟື້ນ​ຟູ - ảnh 1ບັນດານັກຊ່ຽວຊານມີຄວາມປະເອີບໃຈຕໍ່ເສດຖະກິດ ຫວຽດນາມ

ນີ້ໄດ້ຮັບຖືວ່າແມ່ນຂໍ້ມູນ ໃນບົດລາຍງານແງ່ຫວັງພັດທະນາ ອາຊີ (ADO) ເດືອນເມສາ ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນການຖະແຫຼງຂ່າວ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 11 ເມສາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ເນັ້ນໜັກວ່າ:

ຫວຽດນາມ ອາດຈະຮັກສາທ່າເຕີບໂຕໃນປີ 2024 ຜ່ານການຟື້ນຟູການເຕີບໂຕໃນວົງກວ້າງ, ໃນບັນດາຂົງເຂດການບໍລິການ, ອຸດສາຫະກຳປຸງແຕ່ງສົ່ງອອກ. ນີ້ໄດ້ຮັບຖືວ່າແມ່ນປັດໄຈສຳຄັນຕໍ່ພື້ນຖານເສດຖະກິດ ຫວຽດນາມ. ຜະລິດກະສິກຳມີສະຖຽນລະພາບ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ເງິນຕ່າງປະເທດໂດຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງມາ ຢ່າງຕັ້ງໜ້າກໍ່ແມ່ນເສົາຄ້ຳອື່ນ ຊ່ວຍເພີ່ມທະວີກຳລັງແຮງໃຫ້ແກ່ພື້ນຖານເສດຖະກິດ. ຕາມການຄາດຄະເນຂອງ ADB ແລ້ວ, ຄາດວ່າພື້ນຖານເສດຖະກິດ ຈະຟື້ນຟູ ແລະ ຟື້ນຟູການເຕີບໂຕບັນລຸລະດັບ 6%ໃນປີ 2024 ແລະ ຈະສືບຕໍ່ບັນລຸ 6,2%ໃນປີ 2025. ຖ້າຫາກວ່າການຄາດຄະເນນີ້ກາຍເປັນຈິງ, ຫວຽດນາມ ຈະກາຍເປັນພື້ນຖານເສດຖະກິດມີການເຕີບໂຕໄວທີ່ສຸດໃນພາກພື້ນ.

ຕອບກັບ