(ພາບປະກອບ: VOV) |
ບົດລາຍງານ PCI 2021 ປີນີ້ ໄດ້ສະຫງວນ 1 ພາກເພື່ອໄຈ້ແຍກ, ວິເຄາະກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ - 19 ໃນປີທີ 2 ທີ່ມີຕໍ່ການເຄື່ອນໄຫວວິສາຫະກິດ ແລະ ຕີລາຄາແງ່ຫວັງການຟື້ນຟູໃນສະພາບປົກກະຕິໃໝ່ຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມເຕິນກົງ, ປະທານ VCCI ເນັ້ນໜັ້ກວ່າ:
“ບົດລາຍງານ PCI 2021 ໄດ້ຮັບຮູ້ການຜັນປ່ຽນທີ່ຕັ້ງໜ້າກ່ຽວກັບຄຸນນະພາບການບໍລິຫານເສດຖະກິດຂັ້ນແຂວງໃນໄລຍະຜ່ານມາ. ໃນສະພາບໂລກລະບາດ, ຜ່ານການສຳຫຼວດວິສາຫະກິດໄດ້ຊີ້ໃຫ້ເຫັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ແຕ່ລະແຂວງ, ນະຄອນມີຫຼາຍຈຸດພົ້ນເດັ່ນ. ບົດລາຍງານກໍສະໜອງການຕີລາຄາທີ່ໜ້າປະເອີບໃຈກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ຂອງບັນດາວິສາຫະກິດ FDI.”
ໃນຕາຕະລາງຈັດອັນດັບດັດຊະນີ PCI ປີ 2021, ເປັນປີທີ 5 ຢ່າງລຽນຕິດທີ່ ແຂວງ ກວ໋າງນິງ ນຳໜ້າດ້ວຍຄະແນນ 73,02. ຖັດຈາກນັ້ນແມ່ນ ນະຄອນ ຫາຍຟ່ອງ, ແຂວງ ດົ່ງທາບ, ນະຄອນ ດ່າໜັງ ແລະ ແຂວງ ຫວິງຝຸກ.