ໝູ່​ບ້າ​ນອາ​ຊີ​ບຜະ​ລິດ​ອານ​ຫານ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ດ່ານ​ັງ ຍາມ​ບຸນ​ເຕັດ

Tuyet Le-Huyen
Chia sẻ
(VOVWORLD) - ບຸນປີໃໝ່ປະຈຳຊາດ ຫວຽດນາມ, ປີ ມະໂລງ 2024 ໃກ້ຈະມາຮອດແລ້ວ. ນີ້ແມ່ນຈຸດເວລາທີ່ບັນດາໝູ່ບ້ານອາຊີບ, ຮາກຖານຜະລິດຢູ່ ດ່ານັງ ຄື: ເຂົ້າຂຽບປາກໝໍ້ (ເຂົ້າຂຽບແຜ່ນ), ເຂົ້າໜົມໝາກງາ, ນ້ຳປາ ນາມໂອ… ກ້າວເຂົ້າສູ່ຈຸດເວລາຕ້ອງຮີບເຮັ່ງຮັບປະກັນໃບສັ່ງຊື້ສິນຄ້າ ເພື່ອຮັບໃຊ້ຜູ້ບໍລິໂພກໃນໂອກາດບຸນເຕັດ.
ໝູ່​ບ້າ​ນອາ​ຊີ​ບຜະ​ລິດ​ອານ​ຫານ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ດ່ານ​ັງ ຍາມ​ບຸນ​ເຕັດ - ảnh 1

ຄອບຄົວເອື້ອຍ ຫງວຽນດັ້ງທາຍຮ່ວາ ຜະລິດເຂົ້າຂຽບປາກໝໍ້ດ້ວຍຈຳນວນຫຼາຍເພື່ອນັບໃຊ້ຕະຫຼາດຍາມບຸນເຕັດ (ພາບ: VOV)

    ໃນເວລາ 1 ເດືອນຜ່ານມາ, ຮາກຖານຜະລິດເຂົ້າຂຽບປາກໝໍ້ ຂອງເອື້ອຍ ຫງວຽນດັ້ງທາຍຮ່ວາ ແລະ ຫຼາຍຄອບຄົວອື່ນຢູ່ຕາແສງ ຮ່ວາຟອງ, ເມືອງຮ່ວາວາງ ແມ່ນຈຸດເວລາທີ່ໄດ້ເຮັດວຽກຢ່າງລຽນຕິດ. ແຕ່ລະມື້, ແມ່ລູກເອື້ອຍ ຮ່ວາ ຕ້ອງຕື່ນແຕ່ 2 ໂມງເຊົ້າເພື່ອບົດແປ້ງ, ດັງໄຟ, ເຮັດເຂົ້າຂຽບ….ເພື່ອຂາຍໃຫ້ລູກຄ້າທັນເວລາ. ເອື້ອຍ ຮ່ວາ ໃຫ້ຮູ້ວ່າ, ເຂົ້າຂຽບປາກໝໍ້ 10 ແຜ່ນກໍ່ຂາຍໄດ້ລາຄາ 220.000 ດົ່ງ (ປະມານ 9,4 USD), ຄອບຄົວເອື້ອຍມີລາຍຮັບເປັນປົກກະຕິ, ພິເສດ, ໃນຍາມໃກ້ຈະຮອດບຸນເຕັດ, ຄອບຄົວເອື້ອຍກໍ່ມີໃບສັ່ງຊື້ຫຼາຍ:

   ໃນໂອກາດບຸນເຕັດປີນີ້, ຄອບຄົວຂ້າພະເຈົ້າຜະລິດເຂົ້າຂຽບປາກໝໍ້ຫຼາຍກ່ວາໃນປີ, ຕ້ອງຈ້າງຫຼາຍຄົນມາເຮັດນຳ. ລາຄາຂາຍກໍ່ເພີ່ມຂຶ້ນ ເມື່ອທຽບກັບປີກາຍ. ເຮັດມາກໍ່ຂາຍໄດ້ໝົດເລີຍ. ຍ້ອນເຮັດເຂົ້າຂຽບປາກໝໍ້, ເສດຖະກິດຂອງຄອບຄົວກໍ່ພັດທະນາດີຂຶ້ນຫຼາຍ

ໝູ່​ບ້າ​ນອາ​ຊີ​ບຜະ​ລິດ​ອານ​ຫານ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ດ່ານ​ັງ ຍາມ​ບຸນ​ເຕັດ - ảnh 2

ອ້າຍ ຫງວຽນດຶກຊອນ, ເຈົ້າຂອງຮາກຖານຜະລິດເຂົ້າໜົມໝາກງາ “ແມ່ລ້ຽວ” ຢູ່ເມືອງ ເກີມເລະ ມີຄວາມເອກອ້າງທະນົງໃຈຕໍ່ຜະລິດຕະພັນຂອງຕົນ (ພາບ: VOV)

    ຢູ່ໝູ່ບ້ານອາຊີບຜະລິດເຂົ້າໜົມໝາກງາ ເກີມເລະ, ບັນດາຄອບຄົວກໍ່ຫ້າວຫັນກ້າວເຂົ້າສູ່ໄລຍະການຜະລິດ ຮັບໃຊ້ຕະຫຼາດຍາມບຸນເຕັດ. ອ້າຍ ຫງວຽນດຶກຊອນ, ເຈົ້າຂອງຮາກຖານຜະລິດເຂົ້າໜົມໝາກງາ “ແມ່ລ້ຽວ” ຢູ່ເມືອງ ເກີມເລະ ໃຫ້ຮູ້ວ່າ: ມື້ທຳມະດາ, ຮາກຖານຂອງອ້າຍໄດ້ຜະລິດເຂົ້າໜົມໝາກງາປະມານ 2000 ຜະລິດຕະພັນ, ແຕ່ຍາມໃກ້ຈະຮອບບຸນເຕັດ, ຮາກຖານຂອງອ້າຍໄດ້ຜະລິດເພິ່ມຂຶ້ນເປັນ 5000 ຜະລິດຕະພັນ/ມື້. ໃນໂອກາດບຸນເຕັດ, ຮາກຖານຜະລິດເຂົ້າໜົມໝາກງາ “ແມ່ລ້ຽວ” ໄດ້ສ້າງວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນ 30 ຄົນ ດ້ວຍລາຍຮັບເປັນປົກກະຕິ. ອ້າຍ ຫງວຽນດຶກຊອນ ແບ່ງປັນວ່າ:

    ເຂົ້າໜົມໝາກງາ “ແມ່ລ້ຽວ” ແມ່ນເຄື່ອງໝາຍການຄ້າພິເສດສະເພາະທີ່ເປັນມູນເຊື້ອຢູ່ ດ່ານັງ. ບັນດາແຂວງ ນະຄອນ ໄດ້ຮູ້ຈັກເຖິງຜະລິດຕະພັນນີ້, ປະຈຸບັນ, ໃບສັ່ງຊື້ໄປບັນດາແຂວງ, ນະຄອນກໍ່ຫຼາຍ. ປີກາຍ, ພວກຂ້າພະເຈົ້າໄດ້ຜະລິດປະມານ 300.000 ຜະລິດຕະພັນໃນໂອກາດບຸນເຕັດ, ປະຈຸບັນ, ມາຮອດມື້ນີ້ ກໍ່ໄດ້ປະລິດເກືອບ 36.000 ຜະລິດຕະພັນແລ້ວ.

  ສ່ວນຢູ່ໝູ່ບ້ານຜະລິດນ້ຳປາ ນາມໂອ, ສຳລັບ ປຊຊ ຢູ່ທີ່ນີ້ແລ້ວ, ບຸນເຕັດ ແມ່ນໂອກາດຈຳໜ່າຍສິນຄ້າຫຼາຍທີ່ສຸດໃນປີ, ດັ່ງນັ້ນ, ບັນດາຮາກຖານຜະລິດ ໄດ້ກະກຽມວັດຖຸດິບ, ກຳລັງຜະລິດ ເພື່ອຜະລິດໃຫ້ທັນກັບເວລາ. ໃນຊຸມວັນທີ່ຜ່ານມາ. ບັນດາຮາກຖານຜະລິດນ້ຳປາ ພວມສຸມໃສ່ສະກັດນ້ຳປາຈາກອ່າງຕ່າງໆ, ແລ້ວຮ່າຍໃສ່ແກ້ວ, ຕິດຍີ່ຫໍ້, ໃສ່ກັບ… ເພື່ອຮັບໃຊ້ຄວາມຕ້ອງການຂອງລູກຄ້າ. ບັນດາຮາກຖານຜະລິດນ້ຳປາ ໄດ້ກະກຽມຈຳນວນສິນຄ້າ ເພື່ອສະໜອງໃຫ້ລູກຄ້າໃນໂອກາດບຸນເຕັດນັບແຕ່ 2, 3 ເດືອນກ່ອນແລ້ວ

   ຕາມທາງຝ່າຍອຳນາດການປົກຄອງແລ້ວ, ເພື່ອອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ, ໃນໄລຍະທີ່ຜ່ານມາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບນະຄອນ ດ່າງນັງ ຍາມໃດກໍ່ໄດ້ຮ່ວມເດີນທາງ, ຊ່ວຍເຫຼືອດ້ານເຄື່ອງຈັກອຸປະກອນ, ໃຫ້ທຶນກຸ້ຢືມບຸລິມະສິດ, ໜູນຊ່ວຍເຊື່ອມຕໍ່ກັບບັນດາຫົວໜ່ວຍ, ວິສາຫະກິດ ເພື່ອຊື້ຜະລິດຕະພັນ, ຊ່ວຍໃຫ້ ປຊຊ ອຸ່ນອຽນໃຈທຳການຜະລິດ. ທ່ານ ຫງວຽນຫິວທຽດ, ປະທານສະມາຄົມຊາວກະສິກອນນະຄອນ ດ່ານັງ ໃຫ້ຮູ້ວ່າ:

  ແຜນນະໂຍບາຍຂອງສະມາຄົມ ແມ່ນພວມຊີ້ນຳບັນດາເມືອງ, ສະມາຄົມ ໃຫ້ຄຳປຶກສາໃຫ້ແກ່ອຳນາດການປົກຄອງ ຟື້ນຟູບັນດາໝູ່ບ້ານອາຊີບມູນເຊື້ອ ແລະ ຈະເຮັດແນວໃດ ເພື່ອຊ່ວຍໃຫ້ຜະລິດຕະພັນຂອງເຂົ້າເຈົ້າສຳຜັດກັບຕະຫຼາດໄດ້ເປັນຢ່າງດີ. ຄ່ອຍໆຟື້ນຟູບັນດາໝູ່ບ້ານອາຊີບມູນເຊື້ອ ຕິດພັນກັບການທ່ອງທ່ຽວທຳມະຊາດ. ສະມາຄົມຊາວກະສິກອນນະຄອນ ຈະຈັດງານຕະຫຼາດນັດຫຼາຍຄັ້ງເພື່ອແນະນຳ ແລະ ຈຳໜ່າຍຜະລິດຕະພັນ OCOP, ພິເສດແມ່ນຈະໜູນຊ່ວຍການໂຄສະນາ ເພື່ອຈຳໜ່າຍຜະລິດຕະພັນໃຫ້ແກ່ບັນດາໝູ່ບ້ານອາຊີບອີກດ້ວຍ.

  ລະດູບານໃໝ່ປີມະໂລງ 2024 ໃກ້ຈະມາຮອດແລ້ວ, ບັນດາໝູ່ບ້ານອາຊີບຜະລິດອາຫານພິເສດສະເພາະທີ່ເປັນມູນເຊື້ອຂອງ ດ່ານັງ ພວມຄຶກຄື້ນມ່ວນຊື່ນ, ຄັບຄາໜາແໜ້ນ ກ້າວເຂົ້າສູ່ໂອກາດບຸນເຕັດ. ຄວາມເບີກບານມ່ວນຊື່ນຂາຍສິນຄ້າໄດ້ດີ ກໍ່ໝາຍຄວາມວ່າ ປຊຊ ຢູ່ທີ່ນີ້ ຈະໄດ້ຕ້ອນຮັບບຸນເຕັດປະເພນີຢ່າງອີ່ມໜຳສຳລານ./.

ຕອບກັບ