ບ້ານກວບ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ

Chia sẻ
(VOVWORLD) - ໂດຍໄດ້ຕັ້ງຢູ່ຫ່າງຈາກນະຄອນບວນມາທວດ, ແຂວງດັກລັກ ກ່ວາ 20 ກມ, ບ້ານກວບ, ຕາແສງ ໄດຼຊາບ, ເມືອງກຼົງອານາ, ແຂວງດັກລັກ ແມ່ນບ່ອນດຳລົງຊີວິດຂອງປະຊາຄົມຊາວເຜົ່າ ເອເດ ແລະ ເມີນົງ ນັບແຕ່ດົນນານມາແລ້ວ. ນີ້ແມ່ນບ້ານແຫ່ງທຳອິດຂອງເມືອງກຼົງອານາ ທີ່ໄດ້ສ້າງຮູບແບບການທ່ອງທ່ຽວເຂດຊຸມຊົນ. ພິເສດ, ບ້ານກວບ ໄດ້ຮັບການຄັດເລືອກເພື່ອສ້າງບ້ານທ່ອງທ່ຽວ OCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ) ຊື່ງແມ່ນບ້ານທ່ອງທ່ຽວແຫ່ງທຳອິດຂອງແຂວງ ດັກລັກ.
ບ້ານກວບ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 1(ພາບ: VOV)

       ບ້ານກວບ ມີທີ່ຕັ້ງສະດວກເປັນພິເສດສຳລັບການພັດທະນາການທ່ອງທ່ຽວ ຊື່ງມີການຄົມມະນາຄົມສະດວກ ຍ້ອນໄດ້ຕັ້ງຢູ່ເສັ້ນທາງແຕ່ນ້ຳຕົກຕາດໄດຼນູ (Dray Nur) ໄປນ້ຳຕົກຕາດ ຢາລອງ. ປະຈຸບັນ, ໃນບ້ານກວບ ຍັງມີເຮືອນຍາວປະເພນີ 50 ຫຼັງ. ພິເສດ, ບັນດາຄອບຄົວໃນບ້ານ ຍັງຮັກສາໄດ້ຫຼາຍຈຸດຄວາມງາມດ້ານວັດທະນະທຳທີ່ມີແຕ່ດົນນານຄື: ຄ້ອງ, ກອງ, ຂັບລຳພື້ນເມືອງ, ຟ້ອນຊວາງ, ດົນຕີພື້ນເມືອງ, ການຕ່ຳຫູກ, ເຫຼົ້າໄຫ… ພ້ອມກັນນັ້ນ ແມ່ນວັດທະນະທຳດ້ານອາຫານການກິນທີ່ອຸດົມສົມບູນ, ຫຼາຍຮູບຫຼາຍສີ ແລະ ດູດດື່ມໃຈຄື: ເຂົ້າຫຼາມ, ໄກ່ປິ້ງ, ປາແມ່ນ້ຳ ເຊເຣໂປກ….ບໍ່ພຽງແຕ່ເທົ່ານັ້ນ, ໃນບ້ານຍັງໄດ້ຈັດຫຼາຍງານບຸນທີ່ເປັນປະເພນີຄື: ງານບູຊາທ່ານ້ຳ, ບຸນເຂົ້າໃໝ່, ພິທີສົ່ງວິນຍານຄົນທີ່ຕາຍໄປແລ້ວ…ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຂອງບ້ານກວບ, ແຕ່ປີ 2023, ແຂວງດັກລັກ ໄດ້ໜູນຊ່ວຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປົວແປງສະພາບແວດລ້ອມ ເພື່ອພັດທະນາການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວເຂດຊຸມຊົນ. ຫຼາຍຄອບຄົວໃນບ້ານ ໄດ້ຮັບການຝຶກອົບຮົມ, ລົງຕົວຈິງ ເພື່ອຮ່ຳຮຽນບົດຮຽນປະສົບການຢູ່ແຂວງຕ່າງໆ ທີ່ມີທ່າແຮງດ້ານການທ່ອງທ່ຽວເຂດຊຸມຊົນ. ທ່ານນາງ ເຮິ ໜໍ ເຮິ ເດິກ (H Nó H Đơk), ນາຍບ້ານກວບ ໃຫ້ຮູ້ວ່າ:

   ຊາວບ້ານຈະຄ່ອຍໆເຫັນປະສິດທິຜົນດ້ານເສດຖະກິດ ຈາກການເຮັດການທ່ອງທ່ຽວ, ຕ້ອງເຫັນໄດ້ກຳໄລ ຊາວບ້ານຈຶ່ງມີຄວາມເຊື່ອໝັ້ນ ແລ້ວກໍ່ຈະເຮັດຕາມ.

ບ້ານກວບ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 2(ພາບ: VOV)

      ປ້າ ເຮິລາດນິເອ (H Lát Niê), ຊາວບ້ານກວບ ໃຫ້ຮູ້ວ່າ, ພາຍຫຼັງທີ່ສະເຫງິ ສະຫງະໃນເບື້ອງຕົ້ນ, ປ້າກໍ່ກຳລັງຮ່ຳຮຽນຕື່ມອີກ ເພື່ອເຂົ້າຮ່ວມການເຮັດການທ່ອງທ່ຽວເຂດຊຸມຊົນ:

       ຂ້າພະເຈົ້າບໍ່ຮູ້ວ່າການເຮັດການທ່ອງທ່ຽວເຂດຊຸມຊົນຈະເລີ່ມແຕ່ໃສ. ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ໄດ້ພາພວກຂ້າພະເຈົ້າໄປຢ້ຽມຢາມບ້ານ ອາກໍ ເດິຮົງ (Akŏ Dhông) ແລະ 3 ແຂວງທາງພາກເໜືອ. ເມື່ອກັບເມືອແລ້ວ ຂ້າພະເຈົ້າກໍ່ຢາກເຮັດ, ດັ່ງນັ້ນ ຂ້າພະເຈົ້າພ້ອມກັບລູກຫຼານໄປຮ່ຳຮຽນ, ຊອກຮູ້ຕື່ມອີກ ຈາກຜູ້ທີ່ມີບົດຮຽນປະສົບການຢູ່ແລ້ວ, ຫຼັງຈາກນັ້ນຈຶ່ງຈະເຮັດຕາມໄດ້.

     ພາຍຫຼັງເວລາ 1 ປີທີ່ໄດ້ຮັບການໜູນຊ່ວຍລົງທຶນກໍ່ສ້າງບາງໜ້າວຽກຄື: ພື້ນຖານໂຄງລ່າງ, ປັບປຸງສະພາບແວດລ້ອມ ແລະ ຝຶກອົບຮົມເຕັກນິກການເຮັດການທ່ອງທ່ຽວເຂດຊຸມຊົນ, ຮອດເດືອນມີນາ ປີ 2024, ບ້ານກວບ ໄດ້ຮັບຮູ້ວ່າ ແມ່ນບ້ານທ່ອງທ່ຽວເຂດຊຸມຊົນຂອງແຂວງ. ປ້າ H Nó H Đơk, ນາຍບ້ານກວບ ໃຫ້ຮູ້ວ່າ: ບ້ານກວບ ໄດ້ສ້າງຕັ້ງຄະນະບໍລິຫານການທ່ອງທ່ຽວເຂດຊຸມຊົນ ແລະ ກຳນົດທິດໃຫ້ບັນດາຄອບຄົວ ສ້າງຜະລິດຕະພັນທ່ອງທ່ຽວ ຕິດພັນກັບສີສັນວັດທະນະທຳຂອງຊົນເຜົ່າ:

   ພາຍຫຼັງພິທີປະກາດການທ່ອງທ່ຽວເຂດຊຸມຊົນ, ໃນບ້ານກວບ ໄດ້ທະວີຄູນຮູບແບບການທ່ອງທ່ຽວເຂດຊຸມຊົນ. ຢ່າງໜ້ອຍສຸດແມ່ນ 30-40% ຈຳນວນເຮືອນຍາວໃນບ້ານຈະແມ່ນເພື່ອເຮັດການທ່ອງທ່ຽວເຂດຊຸມຊົນ, ຊ່ວຍໃຫ້ຮູບແບບການທ່ອງທ່ຽວເຂດຊຸມຊົນໃນບ້ານ ພັດທະນາກ່ວາອີກ.

     ພ້ອມກັບແຫຼ່ງກຳລັງລົງທຶນຂອງແຂວງ ດັກລັກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເຊັນອະນຸມັດຮູບແບບທົດລອງຂອງບ້ານກວບ “ພັດທະນາຜະລິດຕະພັນ ກ່ຽວກັບການທ່ອງທ່ຽວເຂດຊຸມຊົນຕິດພັນກັບການເສີມຂະຫຍາຍວັດທະນະທຳ ແລະ ອາຊີບທີ່ເປັນມູນເຊື້ອ” ຂຶ້ນກັບໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ ໄລຍະ 2021-2025, ປະຕິບັດໃນເວລາ 3 ປີຄື ແຕ່ປີ 2023-2025. ສິ່ງດັ່ງກ່າວໄດ້ເປີດທິດທາງຕື່ມອີກ ເພື່ອໃຫ້ການທ່ອງທ່ຽວເຂດຊຸມຊົນຢູ່ທ້ອງຖິ່ນນີ້ ສາມາດໄປທັນຢ່າງວ່ອງໄວກັບ 2 ບ້ານທ່ອງທ່ຽວເຂດຊຸມຊົນທີ່ປະກາດກ່ອນນັ້ນຄື: ບ້ານ Akŏ Dhông (ນະຄອນບວນມາທວດ) ແລະ ບ້ານ ຈີ (ຕາແສງກຼົງອານາ, ເມືອງບວນດົນ).

    ຕາມທ່ານນາງ ຫງວຽນທຸຍເຟືອງຮຽວ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ດັກລັກ ແລ້ວ, ການພັດທະນາການທ່ອງທ່ຽວເຂດຊຸມຊົນຢູ່ບ້ານກວບ ທັງປະກອບສ່ວນນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ-ສັງຄົມ, ຊ່ວຍຫັນປ່ຽນຮູບແບບເຮັດເສດຖະກິດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ວົງຄະນະຍາດເຂົ້າຮ່ວມບັນດາລະບົບການທ່ອງທ່ຽວ, ທັງປະກອບສ່ວນຍົກສູງສະຕິຄວາມຮັບຮູ້ໃນການຮັກສາ, ເສີມຂະຫຍາຍ, ໂຄສະນາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອພິເສດສະເພາະຂອງ ປຊຊ ຕິດພັນກັບການພັດທະນາການທ່ອງທ່ຽວ:

       ຊາວບ້ານໄດ້ຊື້ເຄື່ອງອຸປະກອນຮັບໃຊ້ການທ່ອງທ່ຽວໃນບ້ານເອງໝົດ. ໃນໄລຍະຈະມາເຖິງ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຈະສະເໜີໃຫ້ແຂວງ ມີເນື້ອໃນໜູນຊ່ວຍເຄື່ອງອະປຸກອນຮັບໃຊ້ການທ່ອງທ່ຽວສ່ວນໜຶ່ງ. ພ້ອມທັງຈະພ້ອມກັບຊາວບ້ານ ເສີມຂະຫຍາຍ, ອະນຸລັກຮັກສາວັດທະນະທຳ ຜ່ານບັນດາການເຄື່ອນໄຫວທ່ອງທ່ຽວ.

   ດ້ວຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ, ບ້ານກວບ ກຳລັງສ້າງໃຫ້ມີທິດເດີນສະເພາະຂອງຕົນ, ສ້າງຄວາມປະທັບໃຈທີ່ແຕກຕ່າງ ເພື່ອດູດດື່ມໃຈແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມໃຫ້ແກ່ ປຊຊ ບັນດາເຜົ່າຢູ່ໃນບ້ານ./.

ຕອບກັບ