ວຸ້ນ​ດຳ​ຂອງ ​ແທັກອານ-ອາ​ຫານ​ພິ​ເສດ​ສະ​ເພາະ​ໃນ​ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ

ກົງ​ລ້ວນ-ແອັງ​ຮ່​ວຽນ
Chia sẻ
(VOVWORLD) - ວຸ້ນດຳ ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ລຶ້ງເຄີຍ, ລຽບງ່າຍຂອງ ປຊຊ ເຂດພູຜາ ກາວບັ່ງ. ຈາກເຍື່ອງອາຫານທີ່ລຽບງ່າຍຂອງ ປຊຊ ເມືອງ ແທັກອານ, ແຂວງ ກາວບັ່ງ, ປະຈຸບັນ, ວຸ້ນດຳແທັກອານ ກໍ່ມີຊື່ສຽງໃນທົ່ວທຸກແຫ່ງ ຄືດັ່ງເຍື່ອງອາຫານພິເສດສະເພາະ ຊື່ງແຂກທ່ອງທ່ຽວທີ່ມີໂອກາດມາຢ້ຽມຢາມ ກາວບັ່ງ ຈະບໍ່ອາດພາດໄດ້. ວຸ້ນດຳແທັກອານ ໄດ້ກາຍເປັນເຄື່ອງໝາຍການຄ້າອັນດັບໜຶ່ງຂອງ ຫວຽດນາມ ໃນຂົງເຂດການຜະລິດວຸ້ນດຳປອດສານຜິດ, ມີຄວາມປອດໄພ, ເຮັດແບບທຳມະຊາດ, ອັນໄດ້ຊ່ວຍພັດທະນາເສດຖະກິດໃຫ້ແກ່ຊາວທ້ອງຖິ່ນ.
ວຸ້ນ​ດຳ​ຂອງ ​ແທັກອານ-ອາ​ຫານ​ພິ​ເສດ​ສະ​ເພາະ​ໃນ​ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ - ảnh 1

ວຸ້ນດຳກາວບັ່ງໄດ້ປຸ້ງແຕ່ງຈາກວັດຖຸດິບທຳມະຊາດ (ພາບ: VOV)

    ຜ່ານເທດສະບານເມືອງ ດົງເຄ, ເມືອງແທັກອານ, ແຂວງກາວບັ່ງ, ແຂກທ່ອງທ່ຽວຈະເຫັນຮ້ານຂາຍວຸ້ນດຳຫຼາຍຮ້ານ ຊື່ງໄດ້ເຮັດຈາກໃບວຸ້ນດຳ. ຍາມໃດ, ບັນດາຮ້ານຂາຍວຸ້ນດຳ ກໍ່ມີແຂກເຂົ້າມາຊື້ເປັນຂອງຕ້ອນເປັນຈຳນວນຫຼາຍ.

   ໃນຫຼາຍປີກ່ອນ, ຊາວທ້ອງຖິ່ນໄດ້ປຸງແຕ່ງວຸ້ນດຳ ເພື່ອນຳໃຊ້ໃນຊຸມວັນລະດູແລ້ງທີ່ຮ້ອນເອົ້າທີ່ສຸດ, ຍ້ອນວ່າ ເມື່ອກິນວຸ້ນດຳແລ້ວຈະເຢັນໃນ, ມີປະໂຫຍດຕໍ່ການຍ່ອຍລະລາຍ,  ເອື້ອຍ ນົງທິເລະຖຸຍ ເລົ່າຄືນສູ່ຟັງວ່າ, ໃນເວລານັ້ນ, ຊາວແທັກອານ ຍັງໄດ້ໃຊ້ເຕົາຟືນເພື່ອປຸງແຕ່ງວຸ້ນ ແລະ ຮັກສາດ້ວຍການແຊ່ໃນນ້ຳ ຍ້ອນບໍ່ມີຕູ້ເຢັນ. ເມື່ອຕະຫຼາດໄດ້ຕ້ອນຮັບເຍື່ອງອາຫານພື້ນເມືອງນີ້ ດ້ວຍການຈຳໜ່າຍນັບມື້ນັບພີ່ມຂຶ້ນນັ້ນ, ເຄື່ອງໝາຍການຄ້າວຸ້ນດຳແທັກອານ ກໍ່ນັບມື້ນັບໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ:

   ຂ້າພະເຈົ້າໄດ້ເຮັດອາຊີບໂດຍລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້, ໃນເວລານັ້ນ ບໍ່ທັນມີເຕົາແກັດ, ເຕົາໄຟຟ້າ, ຕ້ອງປຸງແຕ່ງດ້ວຍເຕົາຟືນ. ເມື່ອຕົ້ມໃບວຸ້ນ 1-2 ໂລຈະເຮັດວຸ້ນໄດ້ປະມານ 20-30 ໂລ, ຫຼັງຈາກນັ້ນຈະຖອກໃສ່ຊາມໃຫ່ຍແລ້ວນຳໄປແຊ່ນ້ຳ ເພື່ອຈະຮັກສາໄວ້ໄດ້ດົນ. ປະຈຸບັນໄດ້ໃຊ້ເຕົາໄຟຟ້າ, ແຮງງານກໍ່ຫຼຸດຜ່ອນໄປຫຼາຍ, ເນື້ອຜະລິດຕະພັນກໍ່ລະອຽດດີ, ງາມກ່ວາ, ແຕ່ຄຸນນະພາບກໍ່ບໍ່ປ່ຽນແປງ.

ວຸ້ນ​ດຳ​ຂອງ ​ແທັກອານ-ອາ​ຫານ​ພິ​ເສດ​ສະ​ເພາະ​ໃນ​ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດ​ນາມ - ảnh 2

ບັນດາຮານຖານຜະລິດວຸ້ນດຳຢູ່ແທັກອານໄດ້ເຄື່ອນໄຫວທັງປີ (ພາບ: VOV)

     ຍາມຮ້ອນເອົ້າທີ່ສຸດຂອງລະດູຮ້ອນ, ແຕ່ລະມື້, ຮາກຖານຂອງເອື້ອຍ ຖຸຍ ໄດ້ຜະລິດ ແລະ ຂາຍວຸ້ນດຳປະມານ 3.000 ກັບ (ເທົ່າກັບ 3 ໂຕນ) ເພື່ອສະໜອງໃຫ້ຕະຫຼາດ ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ…ເປັນຕົ້ນ ກໍ່ຄືຂາຍໃຫ້ແຂກທ່ອງທ່ຽວຊື້ເປັນຂອງຕ້ອນຂອງຝາກ. ໃນຊຸມວັນຕົ້ນເດືອນເມສານີ້, ເຖິງວ່າບໍ່ທັນແມ່ນໄລຍະຈຳໜ່າຍວຸ້ນດຳຫຼາຍທີ່ສຸດກໍ່ຕາມ ແຕ່ກຳມະກອນຢູ່ຮາກຖານຜະລິດ ເລະຖຸຍ ນັບສິບຄົນ ຍັງໄດ້ເຮັດວຽກຫຍຸ້ງໝົດມື້. ກຳລັງເອົາວຸ້ນດຳໃສ່ກັບເພື່ອສົ່ງໃຫ້ລູກຄ້າ, ເອື້ອຍ ເລືອງທູແລ່ງ ແບ່ງປັນວ່າ:

   ນ້ອງເຫັນວ່າເຮັດງຽກຢູ່ທີ່ນີ້ດີກວ່າ ຍ້ອນວ່າໄດ້ຢູ່ໃກ້ກັບຄອບຄົວ. ລາຍຮັບສະເລ່ຍໄດ້ 400.000-500.000 ດົ່ງ/ວັນ. ນ້ອງກໍ່ຢາກເຮັດວຽກຢູ່ທີ່ນີ້ໄປດົນ ຍ້ອນວ່າເຈົ້າຂອງຮາກຖານແມ່ນຜູ້ໃຈດີ, ເຮັດໃຫ້ນ້ອງມີກຳລັງໃຈໃນການເຮັດວຽກ.

  ວຸ້ນດຳແທັກອານ ກາວບັ່ງ ໄດ້ປຸງແຕ່ງຈາກວັດຖຸດິບທີ່ເອົາມາຈາກທຳມະຊາດ, ນັ້ນຄືໃບວຸ້ນໃນປ່າ. ເມື່ອຕົ້ນປີ 2015, ເຄື່ອງໝາຍການຄ້າວຸ້ນດຳແທັກອານ-ກາວບັ່ງ ເລີ່ມປະກົດໃນທ້ອງຕະຫຼາດ ແລະ ສ້າງຄວາມປະທັບໃຈທີ່ສຸດ. ຮອດປີ 2022, ວຸ້ນດຳແທັກອານ ສືບຕໍ່ໄດ້ຮັບການເຊີດຊູແມ່ນ “ເຄື່ອງໝາຍການຄ້າຄຳ ໃນຂະແໜງກະສິກຳ ຫວຽດນາມ” ແລະ ບັນລຸໄດ້ມາດຖານ OCOP 3 ດາວຂັ້ນແຂວງ. ປະຈຸບັນ, ວຸ້ນດຳແທັກອານ ໄດ້ກາຍເປັນສະຖານທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກ ແລະ ສ້າງຊື່ສຽງທີ່ສຸດ ແລະ ເຮັດໃຫ້ແຂກທ່ອງທ່ຽວ ຕ່າງກໍ່ຢາກຊອກຊື້ວຸ້ນດຳ ມາເປັນຂອງຕ້ອນໃຫ້ແກ່ຄອບຄົວ, ໝູ່ເພື່ອນ ເມື່ອມີໂອກາດມາຢ້ຽມຢາມ ແທັກອານ. ອ້າຍ ຫງວຽນວັນບາວ, ຢູ່ເມືອງ ລຸກງ້ານ, ແຂວງ ບັກຢາງ ໃຫ້ຮູ້ວ່າ: ອ້າຍແມ່ນຜູ້ມັກວຸ້ນດຳແທັກອານ-ກາວບັ່ງ ທີ່ສຸດ:

     ຂ້າພະເຈົ້າເຄີຍໄປ ກາວບັ່ງ ເປັນຫຼາຍເທື່ອ, ນັບແຕ່ປີ 2019, ໄປເທື່ອໃດກໍ່ຕ້ອງແວ່ ແທັກອານ ເພື່ອຊື້ວຸ້ນດຳ, ແຕ່ລະເທື່ອກໍ່ຕ້ອງຊຶ້ຈັກ 20, 30 ກັບໃຫ້ອ້າຍນ້ອງ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານໃນບໍລິສັດ. ວຸ້ນດຳແທັກອານ ແຊບທີ່ສຸດ, ໄປເທື່ອໃດເຂົາເຈົ້າກໍ່ຝາກຊື້.

     ປະຈຸບັນ, ດ້ວຍເນື້ອທີ່ປູກຕົ້ນວຸ້ນດຳໄດ້ເພີ່ມຂຶ້ນເຖິງເກືອບ 400 ເຮັກຕາ, ຕົ້ນໄມ້ຊະນິດນີ້ ໄດ້ກາຍເປັນຕົ້ນໄມ້ປາຍແຫຼມ ໃນການພັດທະນາເສດຖະກິດຢູ່ທ້ອງຖິ່ນ ແລະ ອາຊີບເຮັດວຸ້ນດຳ ກໍ່ນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ແກ່ຫຼາຍຄອບຄົວ. ດ້ວຍທ່າໄດ້ປຽບ ຍ້ອນມີເຂດວັດຖຸດິບຫຼວງຫຼາຍ, ຕະຫຼາດຈຳໜ່າຍເປັນປົກກະຕິ, ຜະລິດຕະພັນວຸ້ນດຳຂອງ ກາວບັ່ງ ນັບມື້ນັບມີຈຸດຢືນໃນທ້ອງຕະຫຼາດ ຍ້ອນໄດ້ຕົ້ມຕາມວິທີຫັດຖະກຳ, ບໍ່ໃຊ້ສານເຄມີ, ມີຄວາມຫອມແຊບ ແລະ ໜຽວນຸ້ມ. ບໍ່ພຽງແຕ່ໄດ້ຈຳໜ່າຍຢ່າງກ້ວາງຂວາງໃນທຸກລະບົບຮ້ານສັບພະສິນຄ້າໃຫ່ຍ, ນ້ອຍຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດໃນທົ່ວປະເທດເທົ່ານັ້ນ, ວຸ້ນດຳແທັກອານ ຍັງໄດ້ຈຳໜ່າຍຢູ່ໃນບັນດາຮ້ານຈຳໜ່າຍເອເລັກໂຕນິກທີ່ມີອິດທິພົນຊື່ສຽງອີກດ້ວຍ.

     ເມື່ອມີໂອກາດມາຢ້ຽມຢາມ ແທັກອານ-ກາວບັ່ງ, ໄດ້ຮັບປະທານວຸ້ນດຳທີ່ ໜຽວນຸ້ມ ແລະ ຮູ້ສຶກໄດ້ເຖິງລົດຊາດທີ່ຫອມ, ຫວານ, ເຢັນພິເສດສະເພາະຂອງທຳມະຊາດເຂດພູດອຍ, ແຂກທ່ອງທ່ຽວຍິ່ງຈະມີຄວາມຮັກມັກເຍື່ອງອາຫານທີ່ລຽບງ່າຍຂອງເຂດພູຜາປ່າໄມ້ ກາວບັ່ງ ແຫ່ງນີ້ຕື່ມອີກ./.

         

         

ຕອບກັບ