ໝູ່​ບ້ານ ເຕິນ​ຮ໊ວາ, ຈາກ​ເຂດ​ໃຈ​ກາງ​ຂອງ​ນ້ຳ​ຖ້ວມ ແຂວງ ​ກ໋ວາງ​ບິ່ງ ກາຍ​ເປັນ​ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ

Chia sẻ
(VOVWORLD) - ວັນທີ 19 ຕຸລາ ທີ່ຜ່ານມາ, ໝູ່ບ້ານທ່ອງທ່ຽວ ເຕິນຮ໊ວາ (ຂຶ້ນກັບເມືອງ ມິງຮ໊ວາ, ແຂວງ ກ໋ວາງບິ່ງ) ຍາດໄດ້ລາງວັນທ່ອງທ່ຽວ ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ປີ 2023 (Best Tourism Village) ໂດຍອົງການທ່ອງທ່ຽວໂລກ (UNWTO) ມອບໃຫ້. ນາມມະຍົດນີ້ ແມ່ນໝາກຜົນຈາກຄວາມມານະພະຍາຍາມຂອງປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ, ກໍ່ຄືບັນດາຫົວໜ່ວຍທ່ອງທ່ຽວ ໃນວິວັດທະນາການ ນຳໝູ່ບ້ານ ເຕິນຮ໊ວາ ຈາກເຂດໃຈກາງຂອງນ້ຳຖ້ວມ ແຂວງ ກ໋ວາງບິ່ງ ກາຍເປັນ ຈຸດພົ້ນເດັ່ນໃນຂະແໜງທ່ອງທ່ຽວ ຫວຽດນາມ.

ໝູ່​ບ້ານ ເຕິນ​ຮ໊ວາ, ຈາກ​ເຂດ​ໃຈ​ກາງ​ຂອງ​ນ້ຳ​ຖ້ວມ ແຂວງ ​ກ໋ວາງ​ບິ່ງ ກາຍ​ເປັນ​ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ - ảnh 1ເຕິນຮ໊ວາໄດ້ຮັບຖືວ່າ ແມ່ນ ເຂດໃຈກາງຂອງນ້ຳຖ້ວມ (ພາບ:  baochinhphu.vn)

ເຕິນຮ໊ວາ ແມ່ນຕາແສງແຫ່ງໜຶ່ງຢູ່ເຂດຫ່າງໄກສອກຫຼີກ ຂອງເມືອງ ມິງຮ໊ວາ, ແຂວງ ກ໋ວາງບິ່ງ. ຕາແສງນີ້ ນອນຢູ່ທ່າມກາງເຂດພູຫີນປູນ, ມີລະບົບຖ້ຳເປັນຈຳນວນຫຼາຍ ທີ່ໄດ້ຮັບການສ້າງຂຶ້ນມາເປັນເວລານັບຫຼາຍລ້ານປີ, ຄື: ຖ້ຳ ຈວດ (ໜູ), ຖ້ຳ ເຢິຍ (ເຈຍ), ຖ້ຳຕຸງ, ຖ້ຳ ຕູລານ… ທ່ານ ປ.ອ ຫງວຽນງອກຮຸຍ, ນັກຊ່ຽວຊານດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ໃຫ້ຮູ້ວ່າ:

ຢູ່ສະຖານທີ່ແຫ່ງນີ້ ມີຫຼາຍສິ່ງທີ່ເປັນພົ້ນເດັ່ນ. ອ້ອມແອ້ມເຂດ ແຫ່ງນີ້ໄດ້ຮັບການປົກຄຸ້ມ ດ້ວຍພູຜາ, ປ່າດົງດິບ. ຢູ່ລຸ້ມແມ່ນເຂດດິນທີ່ ຮາບພຽງ ໂດຍປະຊາຊົນເລືອກເອົາເປັນບ່ອນດຳລົງຊີວິດຢູ່ທີ່ຍາວນານ. ປະຊາຊົນໄດ້ດຳລົງຊີວິດຢູ່ແຫ່ງນີ້ມາເປັນເວລາປະມານ 300 ປີແລ້ວ. ມີເຮືອນໄມ້ຫຼາຍຫຼັງຢູ່ແຫ່ງນີ້ ໄດ້ຮັບການກໍ່ສ້າງເປັນເວລາກ່ວາ50 ປີແລ້ວ. ໃນນັ້ນກໍ່ມີເຮືອນຈຳນວນ 1 ໄດ້ຮັບການກໍ່ສ້າງໃໝ່.

ຍ້ອນມີທີ່ຕັ້ງພູມສາດ ແລະ ໂຄງປະກອບທີ່ພິເສດສະເພາະ, ທຸກປີຢູ່ ເຕິນຮ໊ວາ ອາກາດຮ້ອນ, ປຽກຊຸ່ມຕະຫຼອດ, ມີຝົນຕົກຫຼາຍໃນຍາມລະດູຮ້ອນ ແລະ ໜາວຈັດຍາມລະດູໜາວ. ຍ້ອນອາກາດທີ່ເປັນຫຼາຍຮູບຫຼາຍແບບ ຄືດັ່ງກ່າວ ຈຶ່ງໄດ້ສ້າງຄວາມສະດວກທີ່ສຸດ ເພື່ອໃຫ້ຊາວກະສິກອນຢູ່ແຫ່ງນີ້ ປູກຕົ້ນໄມ້ຫຼາຍຊະນິດ. ແຕ່ວ່າ ທຸກໆປີ, ຕາແສງເຕິນຮ້ວາ ມັກເກີດນ້ຳຖ້ວມເປັນປະຈຳ, ໃນໄລຍະແຕ່ເດືອນ 6 ຫາ ເດືອນ 9 ໄລ່ຕາມຈັນທະປະຕທິນ. ໄພນ້ຳຖ້ວມຄັ້ງປະຫວັດສາດ ໃນປີ 2010 ດ້ວຍລະດັບນ້ຳຂຶ້ນສູງ 12 ແມັດ ໄດ້ຖ້ວມເຮືອນ ເກືອບທັງໝົດ ຢູ່ແຫ່ງນີ້, ເຮັດໃຫ້ປະຊາຊົນຕ້ອງອົບພະຍົບໄປຍັງເຂດພູສູງ, ລໍຖ້າ, ນ້ຳຫຼຸດລົງ, ຈາກນັ້ນ ເຕິນຮ໊ວາ ໄດ້ຮັບຂະໜາມນາມວ່າ ແມ່ນເຂດໃຈກາງຂອງນ້ຳຖ້ວມ. ພາຍຫຼັງໄພນ້ຳຖ້ວມຄັ້ງດັ່ງກ່າວ, ປະຊາຊົນ ເຕິນຮ໊ວາ ມີຂໍ້ລິເລີ່ມເຮັດເຮືອນແພ ເພື່ອອາດສາມາດ ດຳລົງຊີວິດທີ່ເປັນປົກກະຕິເມື່ອເກີດນ້ຳຖ້ວມ. ທ່ານ ຫງວຽນເຈົ້າອ໊າ, ຜູ້ອຳນວຍການໃຫຍ່ບໍລິສັດ Oxallis ຫົວໜ່ວຍຂຸດຄົ້ນການທ່ອງທ່ຽວ ຢູ່ໝູ່ບ້ານເຕິນຮ໊ວາ ໃຫ້ຮູ້ວ່າ:

ຢູ່ເຕິນຮ໊ວາ ປະມານ 700 ຄອບຄົວ ໄດ້ກໍ່ສ້າງເຮືອນແພ ແລະ ສາມາດດຳລົງຊີວິດຮ່ວມກັບນ້ຳຖ້ວມໄດ້. ໝາຍຄວາມວ່າເມື່ອເກີດນ້ຳຖ້ວມ ເຂົາເຈົ້າຍັງປອດໄພ ແລະ ສາມາດດຳລົງຊີວິດຢ່າງສະດວກສະບາຍ ແລະ ບໍ່ຂາດເຂີນຫຍັງຍ້ອນວ່າ ເຂົາເຈົ້າມີອາຫານການກິນສະສົມແລ້ວ. ນອກຈາກນັ້ນ, ເຂົາເຈົ້າຍັງມີເຮືອລ້ຳເພື່ອ ສາມາດໄປມາຢ່າງສະດວກ.

ໝູ່​ບ້ານ ເຕິນ​ຮ໊ວາ, ຈາກ​ເຂດ​ໃຈ​ກາງ​ຂອງ​ນ້ຳ​ຖ້ວມ ແຂວງ ​ກ໋ວາງ​ບິ່ງ ກາຍ​ເປັນ​ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ - ảnh 2homestay ຮັບມືກັບໄພທຳມະຊາດ ຢູ່ ເຕິນຮ໊ວາ (ພາບ:  baochinhphu.vn)

ໃນເມື່ອກ່ອນ, ຊາວເຕິນຮ໊ວາ ໄດ້ເຮັດກະສິກຳເປັນຕົ້ນ, ເຮັດໄຮ່ໄຖນາ, ລ້ຽງສັດ. ເຖິງຢ່າງໃດກໍ່ຕາມ,  ຊີວິດການເປັນຢູ່ຂອງປະຊາຊົນຢູ່ແຫ່ງນີ້ ກໍ່ມີການປ່ຽນແປງຫຼາຍຢ່າງນັບແຕ່ປີ 2011 ເມື່ອແຂວງ ກ໋ວາງບິ່ງ ເລີ່ມອະນຸຍາດການສຳຫຼວດ ແລະ ທົດລອງບັນດາ tour ທ່ອງທ່ຽວແບບຄົ້ນຫາ. ທາງແຂວງ ໄດ້ສົມທົບກັບບັນດາຫົວໜ່ວຍທ່ອງທ່ຽວສ້າງຍຸດທະສາດພັດທະນາ ຕາແສງ ເຕິນຮ໊ວາ ຢ່າງໝັ້ນແກ່ນເທື່ອລະກ້າວ. ຕາມນັ້ນແລ້ວ, ປະຊາຊົນທ້ອງຖິ່ນ ກໍ່ພ້ອມກັນເຂົ້າຮ່ວມການເຮັດທ່ອງທ່ຽວຢູ່ບັນດາບໍລິສັດ ຂຸດຄົ້ນການບໍລິການ, ນຳປະຊາຊົນ ກາຍເປັນເຈົ້າຂອງບັນດາການບໍລິການເຊິ່ງເຂົາເຈົ້າສະໜອງ ໃຫ້ແກ່ແຂກທ່ອງທ່ຽວເປັນເທື່ອລະກ້າວ; ສ້າງຜະລິດຕະພັນການທ່ອງທ່ຽວຄົ້ນຫາລະບົບຖ້ຳ ຕູລ່ານ, ຜະລິດຕະພັນ tour ຂີ່ລົດໂມໂຕ ຄົ້ນຫາປ່າກາຈະ ແລະ ບັນດາຜະລິດຕະພັນອື່ນໆ ເພື່ອແນໃສ່ຫັນບັນດາການບໍລິການທ່ອງທ່ຽວເປັນຫຼາຍຮູບແບບ… ມາຮອດຈຸດເວລານີ້, ການພັດທະນາຮູບແບບການທ່ອງທ່ຽວຢູ່ ເຕິນຮ໊ວາ ໄດ້ສ້າງວຽກເຮັດງານທຳທີ່ເປັນປົກກະຕິ ໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ ກ່ວາ 100 ຄົນ. ປະຊາຊົນໄດ້ຮັບການຝືກອົບຮົບ ເພື່ອເຮັດວຽກງານພະລາທິການ, ຮັບໃຊ້ແຂກທ່ອງທ່ຽວ ໃນບັນດາ tour ທ່ອງທ່ຽວ ຄົ້ນຫາ ຕູລ່ານ. ອ້າຍ ກາວວັນແທັງ, ປະຊາຊົນ ຕາແສງ ເຕິນຮ໊ວາ, ເມືອງ ມິງຮ໊ວາ ໃຫ້ຮູ້ວ່າ:

ໃນເມື່ອກ່ອນ, ຂ້າພະເຈົ້າເປັນຊາວກະສິກອນ ແລະ ໄປນະຄອນ ໂຮ່ຈີມິນ ເພື່ອອອກແຮງງານແບບເສລີ. ແຕ່ພາຍຫຼັງໄດ້ຮູ້ວ່າ ຢູ່ບ້ານ ມີບໍລິສັດການທ່ອງທ່ຽວ ເປີດປະຕູ, ຂ້າພະເຈົ້າໄດ້ຂໍສະໝັກເຂົ້າເຮັດວຽກ, ມາຮອດປັດຈຸບັນ ກໍ່ເຮັດວຽກໄດ້ 5 ປີແລ້ວ. ຂ້າພະເຈົ້າໄດ້ເຮັດວຽກງານ, ຮັບໃຊ້ດ້ານອາຫານການກິນ ແລະ ຮັບໃຊ້ການຕັ້ງຄ້າຍໃຫ້ແກ່ລູກຄ້າ.

ເຕິນຮ໊ວາ ໄດ້ຮັບການກຳນົດທິດພັດທະນາຕາມຮູບແບບໝູ່ບ້ານທ່ອງທ່ຽວ ທີ່ປັບຕົວເຂົ້າກັບສະພາບອາກາດ, ສະໜອງ ການບໍລິການທ່ອງທ່ຽວ ຈາກ Homestay ເປັນຫຼາຍຮູບແບບຄື: ການເຮັດວຽກງານກະສິກຳ, ການກິນດື່ມພັກເຊົ່າຢູ່ເຮືອນປະຊາຊົນ, ຮ້ານຂາຍເຄື່ອງ ທີ່ລະນຶກ ແລະ ການບໍລິການທີ່ເປັນຫຼາຍຮູບຫຼາຍແບບໃຫ້ແກ່ແຂກທ່ອງທ່ຽວອື່ນໆອີກ. ຕາມທ່ານ ໂຮ່ອານຟອງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກ໋ວາງບິ່ງ ແລ້ວ, ໝູ່ບ້ານທ່ອງທ່ຽວ ເຕິນຮ໊ວາ ໄດ້ຮັບການເຊີດຊູແມ່ນໜຶ່ງໃນບັນດາໝູ່ບ້ານທ່ອງທ່ຽວດີທີ່ສຸດ ໃນໂລກ, ຂັ້ນຕອນທຳອິດແມ່ນສ້າງພື້ນຖານເພື່ອພັດທະນາການທ່ອງທ່ຽວ ຢູ່ເຕິນຮ໊ວາ.

ສຳລັບເຕິນຮ໊ວາແລ້ວ, ຖ້າປະຕິບັດວຽກງານໂຄສະນາ, ສົ່ງເສີມ, ແນະນຳເປັນຢ່າງດີແມ່ນ ຈະດຶງດູດແຂກທ່ອງທ່ຽວໄດ້, ຈາກນັ້ນ ກໍ່ຈະນຳຜົນປະໂຫຍດມາໃຫ້ປະຊາຊົນ. ພວກຂ້າພະເຈົ້າພວມມານະພະຍາຍາມໃນອະນາຄົດ ຈະສ້າງເຕິນຮ໊ວາກາຍເປັນສະຖານທີ່ພົ້ນເດັ່ນກ່ຽວກັບການທ່ອງທ່ຽວ. ພວກຂ້າພະເຈົ້າຈະສືບຕໍ່ສຶກສາ, ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນ ໃນການເອົາໃຈໃສ່ເປັນພິເສດຕໍ່ການປົກປັກຮັກສາສິ່ງແວດລ້ອມ, ທຳມະຊາດ ແລະ ປັບຕົວເຂົ້າກັບທຳມະຊາດ, ເຮັດແນວໃດໃຫ້ທັງພັດທະນາ ທັງຮັກສາໄດ້ຄວາມປະຖົມປະຖານ, ລຽບງ່າຍ ແລະ ສະຫງົບສຸກຂອງດິນແດນແຫ່ງນີ້.

ຈາກເຂດທີ່ຕ້ອງປະສົບກັບຄວາມຫຍຸ້ງຍາກ ໂດຍ ໄພນ້ຳຖ້ວນກໍ່ຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຂາດເຂີນຫຼາຍຢ່າງ, ເຂດໃຈກາງຂອງນ້ຳຖ້ວມ ເຕິນຮ໊ວາ ໃນປັດຈຸບັນໄດ້ ປ່ຽນແປງຢ່າງເຫັນໄດ້ຊັດ. ສຳລັບແຂວງ ກ໋ວາງບິ່ງແລ້ວ, ເລື່ອງ ເຕິນຮ໊ວາ ໄດ້ຮັບການເຊີດຊູນັ້ນຈະສ້າງ ໂອກາດພັດທະນາການທ່ອງທ່ຽວ ເພື່ອກາຍເປັນຈຸດພົ້ນເດັ່ນໃນການທ່ອງທ່ຽວໃນພາກພື້ນ, ເປັນປະຖົມປັດໄຈ ແລະ ໜູນຊ່ວຍໃຫ້ສະຖານທີ່ທ່ອງທ່ຽວໃກ້ຄຽງ ໃນການໂຄສະນາ ແລະ ດຶງດູດແຂກທ່ອງທ່ຽວໃນອະນາຄົດ.

ຕອບກັບ