​ອາຊີບ​ເຮັດ​ນ້ຳ​ປາ​ຢູ່​ຕາ​ແສງ ຕາມ​ແທັງ, ແຂວງ ກວາງ​ນາມ

Ngoc Anh
Chia sẻ
(VOVWORLD) - ອາຊີບເຮັດນ້ຳປາຢູ່ຕາແສງ ຕາມແທັງ (ນະຄອນ ຕາມກີ່), ແຂວງ ກວາງນາມ ມີມາແຕ່ດົນນານແລ້ວ ແລະ ກໍ່ບໍ່ມີໃຜຮູ້ແຈ້ງວ່າມີມາແຕ່ປີໃດ. ຜ່ານໄລຍະເວລາຂອງປະຫວັດສາດແຫ່ງການສ້າງຂຶ້ນ ແລະ ພັດທະນາ, ນ້ຳປາ ຕາມແທັງ ຍັງຮັກສາລົດຊາດຫອມແຊບພິເສດສະເພາະທີ່ມີມາແຕ່ດົນນານໄວ້ໄດ້, ກາຍເປັນອາຫານພິເສດສະເພາະທີ່ມີຊື່ສຽງຂອງເຂດກວາງ ທາງພາກກາງ ຫວຽດນາມ.
​ອາຊີບ​ເຮັດ​ນ້ຳ​ປາ​ຢູ່​ຕາ​ແສງ ຕາມ​ແທັງ, ແຂວງ ກວາງ​ນາມ - ảnh 1

 ຜະລິດຕະພັນນ້ຳປາຂອງສະຫະກອນນ້ຳປາ ງອກລານ (ພາບ: ງອກແອັງ)

   ຕາແສງ ຕາມແທັງ ບໍ່ພຽງແຕ່ມີບັນດາຫາດຊາຍທະເລທີ່ສວຍງາມ, ມີໝູ່ບ້ານແຕ້ມຮູບໃສ່ຝາແຫ່ງງທຳອິດຂອງ ຫວຽດນາມ ເມື່ອປີ 2016 ເທົ່ານັ້ນ, ຫາກຍັງມີອາຊີບເຮັດນ້ຳປາແບບຫັດຖະກຳທີ່ເປັນມູນເຊື້ອອີກດ້ວຍ. ບໍ່ວ່າຄອບຄົວໃດຢູ່ເຂດທະເລ ຕາມແທັງ ກໍ່ຮູ້ຈັກການເອືອບປາ, ຢູ່ບ້ານໃດກໍ່ມີໄຫນ້ຳປາ ເພື່ອເປັນເຄື່ອງປຸງ ຫຼື ໃຊ້ໃນຄາບເຂົ້າ. ປະຈຸບັນ, ຕາແສງ ຕາມແທັງ ມີ 4 ບ້ານຄື: ຮວ່າຮ້າ, ຮວ່າຈູງ, ຈວ່າງເທື້ອງ ແລະ ຕິງຖຸ່ຍ ຊື່ງລວ້ນແຕ່ມີອາຊີບເຮັດນ້ຳປາ. ທ່ານ ເລວັນເກິບ, ຊາວບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:

   ປະຈຸບັນ, ຕາແສງ ຕາມແທັງ ມີນັບສິບຄອບຄົວມີອາຊີບເຮັດນ້ຳປາ. ໝູ້ບ້ານອາຊີບເຮັດນ້ຳປາຍັງຮັກສາໄດ້ກົກເຄົ້າ, ມູນເຊື້ອຂອງປູ່ຍ່າປະໄວ້ໃຫ້. ນ້ຳປາ ຕາມແທັງ ມີກິ່ນພິເສດສະເພາະ, ລົດຊາດເຄັມພໍດີ, ສີສັນງາມ… ຕະຫຼາດໄດ້ນິຍົມນ້ຳປານີ້ ຍ້ອນໄດ້ເຮັດດ້ວຍວິທີທີ່ເປັນມູນເຊື້ອ, ນ້ຳປາຫວານດີ.

​ອາຊີບ​ເຮັດ​ນ້ຳ​ປາ​ຢູ່​ຕາ​ແສງ ຕາມ​ແທັງ, ແຂວງ ກວາງ​ນາມ - ảnh 2

ໄຫເອືອບປາກັບເກືອ (ພາບ: ງອກແອັງ)

      ນ້ຳປາ ຕາມແທັງ ມີຊື່ສຽງຍ້ອນວ່າມີລົດຊາດຫອມ, ຫວານເຄັມ, ບໍລິສຸດ ດ້ວຍລະດັບທາດໂປຼຕິນສູງກ່ວານ້ຳປາເຮັດຢູ່ບ່ອນອື່ນ. ເພື່ອໃຫ້ນ້ຳປາຫອມແຊບ, ຕ້ອງເອືອບປາກັບເກືອໃສ່ໃນໄຫ ເອົາໄວ້ຢູ່ບ່ອນຮົ່ມ, ກ້ອງຮົ່ມຊາຍຄາເຮືອນ. ປາໄດ້ເອືອບເປັນເວລາ 5 ເດືອນຈະມີສີເຫຼືອງອ່ອນ ແລະ ຫຼັງຈາກ 12 ເດືອນຈະມີສີນ້ຳຕານເຂັ້ມ, ເຊິ່ງໄດ້ບັນລຸມາດຖານເພື່ອກັ່ນຕອງເປັນນ້ຳປາ ແລະ ນຳໄປຈຳໜ່າຍ. ປາທີ່ເອົາໄປເຮັດນ້ຳປາ ຕາມແທັງ ແມ່ນປາໄສ້ຕັນ, ພາຍຫຼັງໄດ້ຫາປາໄສ້ຕັນຢູ່ທະເລແລ້ວ, ຊາວບ້ານຈະເອົາໄປເອືອບກັບເກືອ. ປ້າ ເຈິ່ນທິງອກລວານ, ຊາວບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:

  ຖ້າຢາກມີຜະລິດຕະພັນທີ່ມີຄຸນນະພາບດີ, ຕ້ອງຄັດເລືອກປາໄສ້ຕັນສົດ, ສະໝ່ຳສະເໝີກັນ, ປານ້ອຍ ຫຼືໃຫ່ຍເກີນໄປ ກໍ່ບໍ່ແຊບ, ຕ້ອງໃຊ້ເກືອຂາວ, ເມັດສະເໝີກັນ. ພາຍຫຼັງເອົາປາມາຈາກທະເລ ຕ້ອງເອືອບປົນກັບເກືອແລ້ວເອົາໄວ້ໃນໄຫເປັນເວລາ 12 ເດືອນ ຕາມອັດຕາສ່ວນປາປະມານ 10 ໂລ ປົນກັບເກືອປະມານ 4 ໂລແມ່ນພໍດີ. ຈຸດພິເສດສະເພາະຂອງນ້ຳປາ ຕາມແທັງ ແມ່ນມີສີແຈ້ງ, ສີນ້ຳຕານເຂັ້ມ, ມີລົດຊາດເຄັມ, ຫວານຂອງທາດໂປຼຕິນ, ມີກິ່ນຫອມສະເພາະຂອງປາໄສ້ຕັນ. ນ້ຳປາຢູ່ທີ່ນີ້ໄດ້ເຮັດດ້ວຍມື, ບໍ່ມີສານກັນບູດ ແລະ ດີຕໍ່ສຸຂະພາບ.

​ອາຊີບ​ເຮັດ​ນ້ຳ​ປາ​ຢູ່​ຕາ​ແສງ ຕາມ​ແທັງ, ແຂວງ ກວາງ​ນາມ - ảnh 3

ເອື້ອຍ ຫງວຽນທິໂຮ່ຍ ກວດກາໄຫເອືອບປາຂອງຄອບຄົວຕົນ (ພາບ: ງອກແອັງ)

    ປະຈຸບັນ, ຢູ່ຕາແສງ ຕາມແທັງ ມີຮາກຖານເຮັດນ້ຳປາ 40 ແຫ່ງຕາມຂອບຂະໜາດຄອບຄົວ ແລະ ສະຫະກອນ. ບັນດາຄອບຄົວຜະລິດນ້ຳປາ ໄດ້ເອົາໃຈໃສ່ລົງທຶນໂຄສະນາເຄື່ອງໝາຍນ້ຳປາ ຕາມແທັງ, ເຂດປຸງແຕ່ງໄດ້ແຍກຢູ່ຕ່າງຫາກ ເພື່ອຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ຍ້ອນມີອາຊີບເຮັດນ້ຳປາ, ຊີວິດຂອງ ປຊຊ ຈຶ່ງໄດ້ຮັບປະກັນຄວາມເປັນປົກກະຕິ. ເອື້ອຍ ຫງວຽນທິໂຮ່ຍ, ຢູ່ບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:

   ຄອບຄົວຂ້າພະເຈົ້າເຮັດນ້ຳປາໄດ້ 20 ກ່ວາປີແລ້ວ, ນ້ຳປາ 1 ລິດຂາຍໄດ້ປະມານ 50.000-60.000 ດົ່ງ (ປະມານ 2,5 USD/ລິດ). ລາຍຮັບເປັນປົກກະຕິ, ພໍຢູ່ ພໍກິນ. ອາຊີບເຮັດນ້ຳປາທີ່ເປັນມູນເຊື້ອນີ້ ໂດຍປູ່ຍ່າປະໄວ້ໃຫ້, ລົດຊາດຫອມແຊບ, ເຄັມພໍດີ.

     ນອກຈາກຜະລິດຕະພັນນ້ຳປາທີ່ເປັນມູນເຊື້ອແລ້ວ, ຫຼາຍຮາກຖານເຮັດນ້ຳປາຢູ່ຕາແສງ ຕາມແທັງ ຍັງມີບັນດາຜະລິດຕະພັນອື່ນໆຄື: ກະປິກຸ້ງຝອຍ, ປາ, ປາມຶກແຫ້ງຊະນິດຕ່າງໆ. ຜະລິດຕະພັນນ້ຳປາຂອງສະຫະກອນນ້ຳປາ ຕາມແທັງ ແລະ ສະຫະກອນ ງອກລານ ໄດ້ເຂົ້າຮ່ວມໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ແລະ ແຂວງ ກວາງນາມ ໄດ້ຕີລາຄາວ່າ ຜະລິດຕະພັນບັນລຸມາດຖານ 3/5 ດາວ. ຍ້ອນຄຸນນະພາບຫອມແຊບ, ນ້ຳປາ ຕາມແທັງ ໄດ້ຈຳໜ່າຍຢູ່ຫຼາຍແຫ່ງໃນທົ່ວປະເທດ. ເອື້ອຍ ເລທິງອກເຕີມ, ປະທານສະຫະກອນນ້ຳປາ ງອກລານ ໃຫ້ຮູ້ວ່າ:

   ຕະຫຼາດຈຳໜ່າຍນ້ຳປາແມ່ນຢູ່ ໂຮ້ຍອານ, ກວາງນາມ, ດ່ານັ້ງ, ບຽນຮວ່າ, ນະຄອນໂຮ່ຈີມິນ, ຮ່າໂນ້ຍ….ສະຫະກອນ ງອກລານ ໄດ້ຜະລິດນ້ຳປາປະມານ 200 ລິດ/ວັນ. ປະຈຸບັນ, ນ້ຳປາ ງອກລານ ໄດ້ຮັບຮູ້ວ່າ ແມ່ນຜະລິດຕະພັນ OCOP 3 ດາວ, ປີນີ້ຈະຂໍຍົກລະດັບເປັນ 4 ດາວ. ນ້ຳປາ ຕາມແທັງ ເຮັດຈາກປາໄສ້ຕັນແມ່ນແຕກຕ່າງກັບປາຊະນິດອື່ນໆ, ມີລົດຊາດຫອມແຊບ, ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກທີ່ສຸດ, ໂດຍສະເພາະແມ່ນຊາວພາກເໜືອ. ອຳນາດການປົກຄອງທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຕໍ່ໝູ່ບ້ານອາຊີບນີ້ທີ່ສຸດ.

   ນັບແຕ່ດົນນານມາແລ້ວ, ນ້ຳປາ ຕາມແທັງ ໄດ້ກາຍເປັນເຄື່ອງປຸງທີ່ຂາດບໍ່ໄດ້ໃນຄາບເຂົ້າຂອງຊາວບ້ານແຫ່ງນີ້. ໂດຍມີກິ່ນຫອມ ແລະ ລົດຊາດເຄັມພໍດີນັ້ນ ນັບມື້ນັບມີຊື່ສຽງ ໃນຂະນະທີ່ຊາວບ້ານ ຕາມແທັງ ຍັງຄົງຮັກສາບັນດາວິທີການເຮັດນ້ຳປາແບບດັ້ງເດີມໄວ້ໄດ້. ຍ້ອນອາຊີບເຮັດນ້ຳປາ, ຫຼາຍຄອບຄົວຢູ່ທ້ອງຖິ່ນ ໄດ້ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ມີແຫຼ່ງລາຍຮັບເປັນປົກກະຕິ. ໄປຄຽງຄູ່ກັນນັ້ນ, ອາຊີບເຮັດນ້ຳປາ ກໍ່ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນຫຼາຍຄົນອີກດ້ວຍ./.

 

ຕອບກັບ