ສະ​ຫະ​ກອ​ນ 3T Farm ຮູບ​ແບບ​ເສດ​ຖະ​ກິດ​ກະ​ສິ​ກຳ​ດີ​ເດັ່ນ​ຢູ່​ເມືອງ ກາວ​ຟອງ, ແຂວງ ຮວ່າ​ບິ່ງ

ງອກແອັງ
Chia sẻ
(VOVWORLD) -

ສະຫະກອນ 3T ຜະລິດຕະພັນກະເສດ ກາວຟອງ (ສະຫະກອນ 3T Farm) ແມ່ນຮູບແບບເສດຖະກິດກະສິກຳດີເດັ່ນຢູ່ເມືອງ ກາວຟອງ, ແຂວງ ຮວາບິ. ນີ້ແມ່ນວິສາຫະກິດຜະລິດ, ດຳເນີນທຸລະກິດສະເພາະກ່ຽວກັບຕົ້ນໄມ້ກິນໝາກປະເພດປ່ຽງ (ກີບ) ຄືໝາກກ້ຽງ, ໝາກແປ້ນ, ຕາມທິດອົງຄະທາດ. ໝາກກ້ຽງຂອງສະຫະກອນ  3T Farm ໄດ້ຮັບໃບຢັງຢືນແມ່ນຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ).


ສະ​ຫະ​ກອ​ນ 3T Farm ຮູບ​ແບບ​ເສດ​ຖະ​ກິດ​ກະ​ສິ​ກຳ​ດີ​ເດັ່ນ​ຢູ່​ເມືອງ ກາວ​ຟອງ, ແຂວງ ຮວ່າ​ບິ່ງ - ảnh 1

ສວນໝາກກ້ຽງຂອງສະມາຊິກຜູ້ໜຶ່ງໃນສະຫະກອນ 3T Farm

 (ພາບ: ງອກແອັງ)

    ສະຫະກອນ 3T Farm ໂດຍເອື້ອຍ ວຸ້ທິເລະຖຸຍ ສ້າງຕັ້ງຂຶ້ນກ່ອນນີ້ 6 ປີ (ເດືອນສິງຫາປີ 2018) ດ້ວຍສະມາຊິກ 7 ຄົນ. ມາຮອດປະຈຸບັນ, ສະຫະກອນ 3T Farm ມີສະມາຊິກ 15 ຄົນ, ປີກາຍ, ສະຫະກອນ 3T Farm ແມ່ນ 1 ໜຶ່ງຈຳນວນ 35 ກໍລະນີທີ່ໄດ້ຮັບລາງວັນໃນການແຂ່ງຂັນເລີ່ມທຸລະກິດ ປະດິດຄິດສ້າງ ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ. ເອື້ອຍ ວຸ້ທິເລະຖຸຍ, ປະທານສະຫະກອນ 3T Farm ໃຫ້ຮູ້ວ່າ:

   ປະຈຸບັນ, ສະຫະກອນພວກຂ້າພະເຈົ້າມີເນື້ອທີ່ປູກໝາກກ້ຽງ 21 ເຮັກຕາ ແລະ 100% ແມ່ນໄດ້ຮັບໃບຢັ້ງຢືນບັນລຸມາດຖານ VietGap ຊື່ງແມ່ນຜະລິດຕະພັນກະເສດປອດສານພິດ. ແຕ່ລະປີ, ປະລິມານຜະລິດໝາກກ້ຽງຂອງສະຫະກອນແມ່ນປະມານ 350 ໂຕນ, ໂດຍໄດ້ສົ່ງໄປຂາຍຢູ່ບັນດາຮ້ານອາຫານປອດສານພິດແຕ່ນະຄອນ ດ່ານັງ ຂຶ້ນມາພາກເໜືອ. ໝາກ້ຽງສົດຂອງສະຫະກອນໄດ້ຮັບໃບຢັງຢືນວ່າແມ່ນຜະລິດຕະພັນ OCOP 4 ດາວຂັ້ນແຂວງປີ 2020.

ສະ​ຫະ​ກອ​ນ 3T Farm ຮູບ​ແບບ​ເສດ​ຖະ​ກິດ​ກະ​ສິ​ກຳ​ດີ​ເດັ່ນ​ຢູ່​ເມືອງ ກາວ​ຟອງ, ແຂວງ ຮວ່າ​ບິ່ງ - ảnh 2ໝາກກ້ຽງຂອງສະຫະກອນ 3T Farm  (ພາບ: ງອກແອັງ)

      ເມືອງ ກາວຟອງ ກຳນົດວ່າ, ຕົ້ນໄມ້ກິນໝາກປະເພດປ່ຽງ (ກີບ) ແມ່ນໜຶ່ງໃນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງທ້ອງຖິ່ນຄື: ໝາກກ້ຽງ ຮ່າຢາງ, ໂອນເຈົາ, ໝາກກ້ຽງ CS1, Marss, V2,...

 ພາຍຫຼັງເກັບກ່ຽວແລ້ວ,  ໝາກກ້ຽງສົດຂອງສະຫະກອນ 3T Farm ໄດ້ສົ່ງເຂົ້າຮາກຖານ, ຈັດແບ່ງຄຸນນະພາບດ້ວຍລະບົບຕ່ອງໂສ້ຄື: ລ້າງ ozone, ເຮັດໃຫ້ສະອາດ ແລະ ອົບແຫ້ງກ່ອນທີ່ຈະຫໍ່. 100% ຜະລິດຕະພັນຈຳໜ່າຍອອກຕະຫຼາດ ລ້ວນແຕ່ມີການຢັ້ງຢືນແຫຼ່ງຕົ້ນກຳເນີດ, ມີຂໍ້ມູນຢ່າງຄົບຖ້ວນ. ອ້າຍ ເລືອງວັນຖາວ, ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

   ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຜະລິດໝາກກ້ຽງປອດສານພິດ, ຮັກສາສຸຂະພາບໃຫ້ແກ່ຜູ້ບໍລິໂພກ. ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກກ້ຽງໃນເນື້ອທີ່ກ່ວາ 1 ເຮັກຕາ, ມີຕົ້ນໝາກກ້ຽງເກືອບ 1.000 ຕົ້ນ. ໃນເນື້ອທີ່ປູກຕົ້ນໝາກກ້ຽງ 1 ເຮັກຕາກໍ່ສາມາດເກັບກ່ຽວໝາກກ້ຽງໄດ້ປະມານແຕ່ 18-20 ໂຕນ. ສະຫະກອນ 3T Farm ໄດ້ຮັບຊື້ຜະລິດຕະພັນນຳບັນດາຄອບຄົວໃນສະຫະກອນ ເພື່ອຮັບປະກັນລາຄາສົ້ນອອກ.

ສະ​ຫະ​ກອ​ນ 3T Farm ຮູບ​ແບບ​ເສດ​ຖະ​ກິດ​ກະ​ສິ​ກຳ​ດີ​ເດັ່ນ​ຢູ່​ເມືອງ ກາວ​ຟອງ, ແຂວງ ຮວ່າ​ບິ່ງ - ảnh 3

ເອື້ອຍ ວຸ້ທິເລະຖຸຍ, ປະທານສະຫະກອນ 3T Farm (ພາບ: ງອກແອັງ)

      ນອກຈາກໝາກກ້ຽງສົດ, ສະຫະກອນ 3T Farm ຍັງມີບັນດາຜະລິດຕະພັນປຸງແຕ່ງຈາກໝາກກ້ຽວຄື: ບ້ວຍໝາກກ້ຽງ, ແປ້ງໝາກກ້ຽງສົດ, ຊາດອກເບັນຈະມາດ, ຊາດອກໝາກຫຸ່ງຜູ້, ຊາດອກອັນຊັນ... ສະຫະກອນ 3T Farm ໄດ້ນຳໜ້າໃນການໝູນໃຊ້ການບັນທຶກປະຈຳວັນດີຈີຕອນ ເຂົ້າໃນການຜະລິດ ແລະ ໄດ້ຮັບການເຫັນດີເຫັນພ້ອມ ສະໜັບສະໜູນຈາກບັນດາສະມາຊິກໃນສະຫະກອນ. ບັນດາສະມາຊິກໃນສະຫະກອນ 3T Farm ໄດ້ປະຕິບັດຕາມທິດນຳຂອງຕົນທີ່ວ່າ “ສວນຕົ້ນໝາກກ້ຽງ 3 ດີຄື: ແນວພັນດີ, ດິນດີ ແລະ ຈິດໃຈດີ”. ປ້າ ມາຍທິແຮັ້ງ ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

   ຂ້າພະເຈົ້າມີເນື້ອທີ່ສວນ 2 ເຮັກຕາ ແລະ ມີໝາກ້ຽງ 6 ຊະນິດ, ລາຍຄາຂາຍໝາກກ້ຽງປະມານ 50.000 ດົງ/ໂລ, ແຕ່ລະປີ ສວນຂອງຂ້າພະເຈົ້າກໍ່ມີລາຍຮັບປະມານເກືອບ 16.500 USD, ໃນນັ້ນ, ເງິນລົງທຶນແມ່ນໃຊ້ປະມານ 6.200 USD.

   ບັນດາສະມາຊິກຂອງສະຫະກອນ 3T Farm ລ້ວນແຕ່ມີລາຍຮັບເປັນປົກກະຕິ, ເສດຖະກິດຄອບຄົວນັບມື້ນັບດີຂຶ້ນ. ບໍ່ພຽງແຕ່ໄດ້ປົວແປງເສດຖະກິດໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ, ຫາກບັນດາສະມາຊິກສະຫະກອນ 3T Farm ຍັງໄດ້ໜູນຊ່ວຍ, ສ້າງວຽກເຮັດງານທຳໃຫ້ບັນດາຜູ້ອອກແຮງທ້ອງຖິ່ນອີກດ້ວຍ. ເອື້ອຍ ງວຽນທິລານ, ຊາວເຜົ່າເມື່ອງ ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

   ຄອບຄົວຂ້າພະເຈົ້າ ໄດ້ເຂົ້າເປັນສະມາຊິກຂອງສະຫະກອນ 3T Farm ນັບແຕ່ເມື່ອສະຫະກອນຫາກໍ່ສ້າງຕັ້ງຂຶ້ນ. ສະຫະກອນໄດ້ສົ່ງພວກຂ້າພະເຈົ້າໄປຝຶກອົບຮົມ, ບັນດານັກວິສາວິກອນກະສິກຳເມືອງ ໄດ້ລົງຮອດສວນ ແລະ ແລກປ່ຽນກັບພວກຂ້າພະເຈົ້າກ່ຽວກັບບັນດາບົດຮຽນປະສົບການໃນການປູກຕົ້ນໝາກກ້ຽງ. ນັບແຕ່ໄດ້ປູກຕົ້ນໝາກກ້ຽງ ແລະ ເຂົ້າເປັນສະມາຊິກສະຫະກອນ, ເສດຖະກິດຂອງຄອບຄົວຂ້າພະເຈົ້າກໍ່ດີຂຶ້ນຫຼາຍ.

  ເພື່ອເປີດກ້ວາງຕະຫຼາດຈຳໜ່າຍ, ປະຈຸບັນ, ນອກຈາກເຄືອຄ່າຍອິນເຕີເນັດແລ້ວ, ສະຫະກອນ 3T Farm ຍັງໄດ້ສົມທົບກັບໄປສະນີເມືອງ ກາວຟອງ ເພື່ອສົ່ງໝາກກ້ຽງ ແລະ ຜະລິດຕະພັນປຸງແຕ່ງຈາກໝາກກ້ຽງເຂົ້າໃນໂປຼແກຼມການຄ້າເອເລກໂຕໂນຕິກ   Postmart. ປະຈຸບັນ, ໝາກກ້ຽງຂອງ ສະຫະກອນ 3T Farm ໄດ້ມີໜ້າຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດຄື: ຮ່າໂນ້ຍ, ທາຍບິງ, ນາມດິ້ງ, ຫາຍຟ່ອງ, ແທງຮົວ ແລະ ນະຄອນໂຮ່ຈີມິນ…/.


 


ຕອບກັບ