ຜູ້ອອກຈາກຕົວເມືອງເພື່ອໄປເຖິງເຂດພູດອຍປູກຕົ້ນຢາສະຫມູນໄພ

VOV
Chia sẻ

(VOVWORLD) -ໃນໄລຍະເກືອບ 10 ປີ ໄປເຖິງເທດສະບານຊາປາ ແລະ ເມືອງ ບັກຮ່າ ແຂວງ ລາວກາຍ ກໍ່ສ້າງເຂດປູກຕົ້ນ Actiso, ອ້າຍ ໂດ໋ຕຽນຊີ໋ ຜູ້ອນວຍການບໍລິສັດ Traphaco SaPa ໄດ້ ປຸກລຸກ ຄວາມສາມາດບົ່ມຊ້ອນຂອງເຂດດິແຫ່ງນີ້. ພ້ອມກັນນັ້ນ ເລື່ອງພັດທະນາຕົ້ນຢາສະໝູນໄພ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາຊົນເຜົ່າຢູ່ທີ່ນີ້ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ.

    ກໍ່ສ້າງບັນດາເຂດປູກຕົ້ນຢາສະຫມູນໄພບັນລຸມາດຖານ ນັ້ນແມ່ນມາດຕະການສຳຄັນ ໂດຍບໍລິສັດການຢາ Traphaco ປະຕິບັດ ເພື່ອເປັນເຈົ້າການໃນການຜະລິດ ແລະ ພັດທະນາແບບຍືນຍົງ ບົນ “ເສັ້ນທາງສຸຂະພາບຂຽວ”. ປີ 2010 ໃນຕຳແຫນ່ງເປັນຮອງຫົວຫນ້າຫ້ອງການຄົ້ນຄ້ວາ ແລະ ພັດທະນາຂອງບໍລິສັດ ຢູ່ ຮ່າໂນ້ຍ, ອ້າຍ ໂດ໋ຕຽນຊີ໋ ໄດ້ຮັບຫນ້າທີ່ໄປເຖິງ ລາວກາຍ ເພື່ອຄົ້ນຄ້ວາ, ພັດທະນາຕົ້ນ Actiso ຢູ່ 2 ເມືອງ ຊາປາ ແລະ ບັກຮ່າ. ພໍ່ແມ່ປະຊາຊົນຢູ່ທີ່ນີ້ ສ່ວນຫລາຍແມ່ນຊາວຊົນເຜົ່າສ່ວນຫນ້ອຍ ສະນັ້ນ ໄລຍະທຳອິດຂົນຂວາຍເຂົາເຈົ້າຫັນປ່ຽນຄວາມຊີນເຄີຍໃນການປູກນາ, ສາລີ ມາປູກຕົ້ນຢາສະໝູນໄພບໍ່ແມ່ນເລື່ອງງ່າຍດາຍ. ອ້າຍຊີ໋ ໄດ້ໄປຫາແຕ່ລະຄອບຄົວເພື່ອອະທິບາຍ, ແນະນຳເຕັກນິກປູກຕົ້ນ Actisoໃຫ້ເຂົາເຈົ້າ ຊ້ຳບໍ່ໜຳ ຍັງສະຫນອງແນວພັນປູກ, ອອກທຶນລ່ວງຫນ້າໃຫ້ ເພື່ອລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈທຳການຜະລິດຕົ້ນຢາສະໝູນໄພ. ອ້າຍ ໂດຕຽນຊີ໋ ແບ່ງປັນວ່າ:

ໄລຍະທຳິດ ພໍ່ແມ່ປະຊາຊົນຍັງບໍ່ທັນເຊື່ອໝັ້ນພວກຂ້າພະເຈົ້າ, ຂ້າພະເຈົ້າໄດ້ເກ້ຍກອ່ມເຂົາເຈົ້າ ແລະ ສ້າງຄວາມເຊື່ອໝັ້ນຕໍ່ເຂົາເຈົ້າ. ຂ້າພະເຈົ້າໄດ້ໄປຫາແຕ່ລະຄອບຄົວເພື່ອຂົນຂວາຍ. ຈາກບັນດາຄອບຄົວຈຸດສຸມເພື່ອທະວີຄູນອອກໄປວົງກວ້າງ ພ້ອມທັງຫນູຊ່ວຍດ້າເຕັກນິກ, ສະຫນອງແນວພັນປູກ, ອອກທຶນລ່ວງຫນ້າໃຫ້ ເພື່ອຊ່ວຍເຂົາເຈົ້າປະຕິບັດຕາມຂັ້ນຕອນກາຜະລິດ"

ຜູ້ອອກຈາກຕົວເມືອງເພື່ອໄປເຖິງເຂດພູດອຍປູກຕົ້ນຢາສະຫມູນໄພ - ảnh 1ອ້າຍ ໂດ໋ຕຽນຊີ໋ (ຜູຸ້ນຸ່ງເສື້ອສີຂຽວ) ແນະນໍາ ຊາວກະສິກອນ ຊາປາ ປູກຕົ້ນ  Actiso (ພາບ: hdtdkt.laocai.gov.vn)

ແນະນຳໃຫ້ພໍ່ແມ່ປະຊາຊົນວິທີບົວລະບັດຕົ້ນ Actiso ເພື່ອບັນລຸສະມັດຕະພາບສູງສຸດ, ອ້າຍຊີ໋ ຍັງປະຕິບັດຕາມຄຳໝັ້ນສັນຍາຈະຊອກຫາສົ້ນອອກໃຫ້, ເກັບຊື້ໃບ Actiso ດ້ວຍລາຄາເປັນປົກກະຕິ ສະນັ້ນ ນັບມື້ນັບມີຫລາຍຄອບຄົວຫັນມາປູກຕົ້ນ Actiso. ພາຍຫລັງ 10 ປີຈາກ ຮ່າໂນ້ຍ ຂຶ້ນໄປແຂວງ ລາວກາຍ ປຸກຄວາມສາມາດບົ່ມຊ້ອນເຂດປູກຕົ້ນຢາສະຫມູນໄພ, ອ້າຍຊີີ໋ ໄດ້ໄປເຖິງທຸກໝູ່ບ້ານ ຢູ່ ຊາປາ ແລະ ບັກຮ່າ ເພື່ອແຜ່ຂະຫຍາຍຄວາມສຸດຈິດສຸດໃຈ. ມາຮອດປະຈຸບັນ ເນື້ອທີ່ປູກຕົ້ນ Actiso ຢູ່ ຊາປາ ກວ່າ 75 ເຮັກຕາ ແລະ ຢູ່ ບັກຮ່າ ມີປະມານ 25 ເຮັກຕາ ຊ່ວຍບໍລິສັດຜະລິດໄດ້ວັດຖຸດິບສະອາດດ້ວຍຕົນເອງ, ຜະລິດຢຸກຢາ, ພ້ອມທັງຊ່ວຍປະຊາຊົນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ສະເລ່ຍແຕ່ລະປີ ການປູກຕົ້ນ Actiso ໃນເນື້ອທີ່ 1 ເຮັກຕາ ສ້າງລາຍຮັບມາໄດ້ 150 ລ້ານດົງ. ຊາວຊົນເຜົ່າ ຢູ່ ເມືອງ ຊາປາ ແລະ ບັກຮ່າ ແບ່ງປັນວ່າ:

ຄອບຄົວຂ້າພະເຈົ້າປູກຕົ້ນ Actiso ມາແຕ່ດົນນານແລ້ວ, ແລະວິທີປູກແມ່ນເຮັດຕາມການແນະນຳຂອງຜູ້ອຳນວຍການ ສະນັ້ນ ໄດ້ນຳມາເຊິ່ງສະມັດຕະພາບສູງ

ຄອບຄົວຂ້າພະເຈົ້າປູກຕົ້ນ Actiso ມາເປັນເວລາ 7 ປີແລ້ວ, ປະສິດທິຜົນເສດຖະກິດແມ່ນສູງກວ່າຫລາຍເທົ່າເມື່ອທຽບໃສ່ປູກນາ

ຂ້າພະເຈົ້າປູກຕົ້ນ Actiso ມາເປັນເວລາ 8 ປີແລ້ວ. ແຕ່ລະເດືອນ ລາຍຮັບເກັບມາໄດ້ຫນ້ອຍສຸດແມ່ນ 10 ລ້ານດົງ, ບາງເດືອນແມ່ນ 20 ລ້ານດົງ

ບໍ່ພຽງແຕ່ປະກອບສ່ວນຊ່ວຍບໍລິສັດມີຄວາມເປັນເຈົ້າການໃນການຜະລິດ ຍ້ອນມີເຂດປູກຕົ້ນສະໝູນໄພສະອາດເທົ່ານັ້ນ ອ້າຍ ໂດ໋ຕຽນຊີ໋ ຍັງພ້ອມກັບບັນດາຜູ້ຮ່ວມງານຍາດໄດ້ລາງວັນປະດິດຄິດສ້າງດ້ານວິທະຍາສາດ VIFOTEC ດ້ວຍຫົວເລື່ອງ ຄົ້ນຄ້ວາຜະລິດຢາ ບຳລຸງຕັບ - ຂັບສານພິດ Boganic. ຕາມການຄົ້ນຄວ້າຢູ່ໂຮງໝໍ ມະເຮັງ ສູນກາງ, ຢາປະເພດນີ້ໄດ້ຊ່ວຍຫຼຸດທາດເບື່ອໃນຕັບ ດ້ວຍອັດຕາສ່ວນຫຼຸດຜ່ອນພະຍາດ ບັນລຸ 67% ພາຍຫຼັງການນຳໃຊ້ເປັນເວລາ 10 ວັນ. ນີ້ກໍ່ແມ່ນຜະລິດຕະພັນທີ່ໄດ້ຮັບການຮັບຮອງເປັນ Top 10 ຜະລິດຕະພັນ ຫວຽດນາມນາມ ດີເດັ່ນ ເຖິງ 2 ຄັ້ງ, ໄດ້ນຳໃຊ້ເຂົ້າໃນພື້ນຖານສາທາລະນະສຸກກວ່າ 500 ແຫ່ງ. ທ່ານ ນາງ ຫວູທິທ້ວນ, ປະທານສະພາບໍລິຫານ ບໍລິສັດ Traphaco ໃຫ້ຮູ້ວ່າ:

“ອ້າຍສີ ມີຄວາມຮັບຜິດຊອບຕໍ່ໜ້າວຽກທີ່ສຸດ, ພາຍຫຼັງສ້າງເຂດປູກ Actiso ໄດ້ຢ່າງໝັ້ນຄົງ, ອ້າຍ ສີ ກໍ່ມີສິດຢ່າງສົມບູນໃນການສະເໜີຂໍກັບຄືນ ຮ່າໂນ້ຍ ເພື່ອຢູ່ກັບຄອບຄົວ ແຕ່ບໍ່ເປັນດັ່ງນັ້ນ ອ້າຍ ສີ ຍັງຄົງຕັ້ງຫຼັກຮ່ວມກັບພໍ່ແມ່ປະຊາຊົນ, ຍັງຄົງກິ້ງເກືອກລີເລືອ ກັບບັນດາໂຄງການເພື່ອພັດທະນາການຢາ ແລະ ຊ່ວຍພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ”

ດ້ວຍການປະກອບສ່ວນ, ການອຸທິດສ່ວນບໍ່ໜ້ອຍໃຫ້ບໍລິສັດ ແລະ ວົງຄະນະຍາດ, ອ້າຍ ໂດ໊ຕ໋ຽນຊີ໋  ໄດ້ຮັບນາມມະຍົດ ທ່ານໝໍດີເດັ່ນ ແລະ ໄດ້ຮັບໃບຍ້ອງຍໍຂອງ ທ່ານນາຍົກລັດຖະມົນຕີອີກດ້ວຍ. ລວມໝູ່ ບໍລິສັດ Traphaco Sapa ໄດ້ຮັບລາງວັນ KOVA (ເຊີດຊູບັນດາໝູ່ຄະນະດີເດັ່ນ, ບັນດາແວ່ນແຍງທີ່ຮຸ່ງແຈ້ງໃນທົ່ວປະເທດ ໃນຂົງເຂດການດຳລົງຊີວິດ, ເສດຖະກິດ - ສັງຄົມ) ທາງດ້ານໂຄງການຄົ້ນຄວ້າທີ່ມີຫົວຄິດປະດິດສ້າງ, ຜົນການຄົ້ນຄວ້າໄດ້ໝູນໃຊ້ເຂົ້າໃນຊີວິດສັງຄົມ ແລະ ວົງຄະນະຍາດ ບັນລຸໄດ້ມຸນຄ່າທາງດ້ານເສດຖະກິດສູງ. ຜົນງານເຫຼົ່ານັ້ນ ລ້ວນແຕ່ມີເຫື່ອແຮງ ຄວາມທົນທານຂອງບັນດາຜູ້ທີ່ອອກຈາກຕົວເມືອງ ຂື້ພູ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນເຂດສະໝຸນໄພ ຄືກັບອ້າຍ ໂດ໊ຕ໋ຽນຊີ໋ ຜູ້ອຳນວຍການບໍລິສັດ Traphaco Sapa.

ຕອບກັບ